ລັດເຊຍ ກ່າວຫາ ອາເມລິກາ ມີກົນອຸບາຍຖອນຕົວອອກຈາກ ສົນທິສັນຍາວ່າດ້ວຍການເກືອດຫ້າມທົດລອງນິວເຄຼຍ ຮອບດ້ານ

(VOVWORLD) - “ເບິ່ງຄືວ່າ ຜ່ານບັ້ນການໂຄສະນາຂ່າວບໍ່ມີມູນຄວາມຈິງ ກ່ຽວກັບເລື່ອງ ລັດເຊຍ  ບໍ່ປະຕິບັດຕາມສົນທິສັນຍາ CTBT ນີ້, ອາເມລິກາ ພວມມີກົນອຸບາຍຖອນຕົວອອກຈາກສົນທິສັນຍາສະບັບດັ່ງກ່າວ ແລະ ຫຼັງຈາກນັ້ນ ອີກເທື່ອໜຶ່ງໄດ້ຖິ້ມໂທດໃຫ້ ລັດເຊຍ” 

ວັນທີ 30 ກໍລະກົດ, ທ່ານ Andrey Belousov ຮອງຫົວໜ້າຄະນະຜູ້ຕາງໜ້າລັດເຊຍ ປະຈໍາ ເຊີແນວ, ປະເທດ ສະວິດ ໃຫ້ຮູ້ວ່າ ອາເມລິກາ ອາດຈະພວມຂຶ້ນແຜນຖິ້ມໂທດໃຫ້ ລັດເຊຍວ່າ ບໍ່ປະຕິບັດຕາມ ສົນທິສັນຍາ ວ່າດ້ວຍການເກືອດຫ້າມທົດລອງນິວເຄຼຍ ຮອບດ້ານ (CTBT) ເພື່ອຖືວ່ານີ້ ເປັນຂໍ້ອ້າງຖອນຕົວອອກຈາກ ສົນທິສັນຍາສະບັບນີ້. ກ່າວຄໍາເຫັນທີ່ກອງປະຊຸມຫຼຸດຜ່ອນກໍາລັງທັບ ທີ່ດໍາເນີນຢູ່ນະຄອນ ເຊີແນວ, ທ່ານ Belousov ເນັ້ນໜັກວ່າ: “ເບິ່ງຄືວ່າ ຜ່ານບັ້ນການໂຄສະນາຂ່າວບໍ່ມີມູນຄວາມຈິງ ກ່ຽວກັບເລື່ອງ ລັດເຊຍ  ບໍ່ປະຕິບັດຕາມສົນທິສັນຍາ CTBT ນີ້, ອາເມລິກາ ພວມມີກົນອຸບາຍຖອນຕົວອອກຈາກສົນທິສັນຍາສະບັບດັ່ງກ່າວ ແລະ ຫຼັງຈາກນັ້ນ ອີກເທື່ອໜຶ່ງໄດ້ຖິ້ມໂທດໃຫ້ ລັດເຊຍ” ເຖິງຢ່າງໃດກໍຕາມ, ທ່ານ Belousov ຢັ້ງຢືນຢ່າງແນວແນ່ວ່າ “ກົນອຸບາຍ” ນີ້ ຈະບໍ່ມີຜົນປະໂຫຍດ. ຕາມນັກການທູດ ລັດເຊຍ ຄົນດັ່ງກ່າວແລ້ວ, ວໍຊີງຕັນ ພວມມີເຈດຕະນາເພີ່ມທະວີກໍາລັງຄວາມສາມາດບົ່ົມຊ້ອນຍຸດທະສາດໂດຍບໍ່ຈໍາກັດ, ໃນນັ້ນ ມີທັງຄວາມສາມາດບຸກໂຈມຕີນິວເຄຼຍ ແລະ ອຸປະກອນປ້ອງກັນລູກສອນໄຟນໍາວິຖີ.


ຕອບກັບ

ຂ່າວ/ບົດ​ອື່ນ