ລັດເຊຍ ກ່າວເຕືອນຈະໂຕ້ຕອບຢ່າງເໝາະສົມຖ້າຫາກ ອາເມລິກາ ຜັນຂະຫຍາຍລູກສອນໄຟຢູ່ ເອີລົບ

(VOVWORLD) - ການນຳ ລັດເຊຍ ກໍ່ເນັ້ນໜັກວ່າ: ບັນດາປະເທດ ເອີລົບ ທີ່ຕົກລົງເຫັນດີໃຫ້ ອາເມລິກາ ຜັນຂະຫຍາຍບັນດາລູກສອນໄຟໄລຍະສັ້ນ ແລະ ໄລຍະກາງ ໃນບໍລິເວນນັ້ນ “ຕ້ອງເຂົ້າໃຈວ່າເຂົາເຈົ້າພວມວາງບັນດາຜົນປະໂຫຍດຂອງຕົນຢູ່ຕໍ່ໜ້າໄປນາບຂູ່ອາດຈະຖືກບຸກໂຈມຕີດ້ວຍລູກສອນໄຟ”

ໃນບົດປາໄສເມື່ອວັນທີ 24 ຕຸລາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ກ່າວເຕືອນວ່າ ໃນກໍລະນີ ອາເມລິກາ ນຳລູກສອນໄຟໄລຍະສັ້ນ ແລະ ໄລຍະກາງ ເຖິງເອີລົບນັ້ນ ແມ່ນການບັງຄັບໃຫ້ ມົດສະກູ ຕ້ອງໂຕ້ຕອບຢ່າງເໝາະສົມ.

        ການນຳ ລັດເຊຍ ກໍ່ເນັ້ນໜັກວ່າ: ບັນດາປະເທດ ເອີລົບ ທີ່ຕົກລົງເຫັນດີໃຫ້ ອາເມລິກາ ຜັນຂະຫຍາຍບັນດາລູກສອນໄຟໄລຍະສັ້ນ ແລະ ໄລຍະກາງ ໃນບໍລິເວນນັ້ນ “ຕ້ອງເຂົ້າໃຈວ່າເຂົາເຈົ້າພວມວາງບັນດາຜົນປະໂຫຍດຂອງຕົນຢູ່ຕໍ່ໜ້າໄປນາບຂູ່ອາດຈະຖືກບຸກໂຈມຕີດ້ວຍລູກສອນໄຟ”. ຕາມທ່ານປະທານາທິບໍດີ Putin ແລ້ວ, ບໍ່ຄວນຍູ້ເອີລົບ ຕົກເຂົ້າສູ່ສະພາບມີອັນຕະລາຍສູງ, ພ້ອມທັງໃສ່ໃຈວ່ານີ້ບໍ່ແມ່ນການເລືອກເຟັ້ນຈາກ ມົດສະກູ. ທ່ານປະທານາທິບໍດີ ລັດເຊຍ ໃຫ້ຮູ້ຕື່ມອີກວ່າ: ທ່ານຢາກປຶກສາຫາລືກັບຄູ່ຕຳແໜ່ງ ອາເມລິກາ Donald Trump ກ່ຽວກັບບັນຫາ INF ໃນການພົບປະສຸດຍອດຈະມາເຖິງລະຫວ່າງການນຳ 2 ທ່ານຢູ່ ປາຣີ (ປະເທດ ຝລັ່ງ), ຍ້ອນວ່າ ວໍຊິງຕັນ ກ່າວຫາ ມົດສະກູ ວ່າລະເມີດສົນທິສັນຍາສະບັບນີ້ ແຕ່ບໍ່ຍົກອອກບໍ່ວ່າພະຍານຫຼັກຖານໃດໆ.

ຕອບກັບ

ຂ່າວ/ບົດ​ອື່ນ