ລັດເຊຍ ກຽມພ້ອມເຈລະຈາກ່ຽວກັບບັນຫາ ຢູແກຼນ

(VOVWORLD) - ວົງການການນຳ ລັດເຊຍ, ໃນນັ້ນມີທ່ານປະທານາທິບໍດີ Vladimir Putin ໄດ້ກຽມພ້ອມເຈລະຈາກ່ຽວກັບບັນຫາ ຢູແກຼນ.
ລັດເຊຍ ກຽມພ້ອມເຈລະຈາກ່ຽວກັບບັນຫາ ຢູແກຼນ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ Sergei Lavrov 
(ພາບ:AFP/TTXVN)

ທີ່ບົດຕອບສຳພາດໃນຊ່ອງ 1 ໂທລະພາບ ລັດເຊຍ ໃນວັນທີ 30 ຕຸລາ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ຢັ້ງຢືນວ່າ: ວົງການການນຳ ລັດເຊຍ, ໃນນັ້ນມີທ່ານປະທານາທິບໍດີ Vladimir Putin ໄດ້ກຽມພ້ອມເຈລະຈາກ່ຽວກັບບັນຫາ ຢູແກຼນ.

        ທ່ານລັດຖະມົນຕີການຕ່າງປະເທດ Sergei Lavrov ເນັ້ນໜັກວ່າ: ຄວາມພ້ອມເຈລະຈາຂອງລັດເຊຍ ຍັງບໍ່ທັນມີຫຍັງປ່ຽນແປງເທື່ອ. ຍາມໃດລັດເຊຍ ກໍ່ກຽມພ້ອມຮັບຟັງບັນດາຂໍ້ສະເໜີແນະເຊິ່ງປະເທດຕ່າງໆໄດ້ຍົກອອກມາກ່ຽວກັບເລື່ອງຫລຸດຜ່ອນຄວາມເຄັ່ງຕຶງ. ດັ່ງນັ້ນ, ຖ້າຫາກມີບາງຂໍ້ສະເໜີທີ່ມີລັກສະນະແທດຈິງ ໂດຍອີງໃສ່ບັນດາຫຼັກການສະເໝີພາບ ແລະ ເຄົາລົບຜົນປະໂຫຍດຂອງກັນເພື່ອຈຸດປະສົງຊອກຫາບັນດາການປະນິປະນອມໂດຍທີ່ດຸ່ນດ່ຽງຜົນປະໂຫຍດຂອງແຕ່ລະປະເທດ, ແນ່ນອນວ່າ ລັດເຊຍ ຈະຕອບສະໜອງ.

        ແລະກໍ່ໃນວັນດຽວກັນ, ທ່ານ Dmitry Peskov, ໂຄສົກຂອງວັງ Kremlin ປະກາດວ່າ ບັນດາການເຈລະຈາກ່ຽວກັບບັນຫາ ຢູແກຼນ ກ່ອນອື່ມໝົດຕ້ອງໄດ້ດຳເນີນກັບ ອາເມລິກາ. ພ້ອມນັ້ນ, ທ່ານ Dmitry Peskov ກໍ່ເນັ້ນໜັກວ່າ ລັດເຊຍ ຈະສືບຕໍ່ປົກປັກຮັກສາບັນດາຜົນປະໂຫຍດຂອງປະເທດນີ້ ແລະ ຈະບໍ່ອະໄພໃຫ້ບໍ່ວ່າປະເທດໃດຄອບງຳລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ