ລັດເຊຍ ຈັດສົ່ງກໍາລັງສາລະວັດທະຫານໄປຍັງທາງພາກເໜືອຊີຣີ ເພີ່ມເຕີມ

(VOVWORLD) -   ກອງທັບ ລັດເຊຍ ປະກາດວ່າ ເຂົາເຈົ້າໄດ້ປະຕິບັດບັນດາມາດຕະການເພື່ອແນໃສ່ເພີ່ມທະວີການເຄື່ອນໄຫວລາດຕະເວນຂອງສາລະວັດທະຫານຢູ່່່ທາງພາກເໜືອ ຊີຣີ ດ້ວຍຈຸດປະສົງ ຫຼຸດຜ່ອນສະພາບການທີ່ຢູ່ລຽບຕາມເສັ້ນຊາຍແດນລະຫວ່າງ ຊີຣີ ກັບ ຕວກກີ.
ລັດເຊຍ ຈັດສົ່ງກໍາລັງສາລະວັດທະຫານໄປຍັງທາງພາກເໜືອຊີຣີ ເພີ່ມເຕີມ - ảnh 1ບັນດາກົມກອງສາລະວັດທະຫານ ລັັດເຊຍ ທີ່ເພີ່ມເຕີມໄປນັ້ນ ພວມໄດ້ຮັບການຜັນຂະຫຍາຍ (ພາບ: AFP/TTXVN)

        ວັນທີ 19 ພະຈິກ, ໂຄສົກກະຊວງປ້ອງກັນປະເທດ ລັດເຊຍ, ທ່ານພົນຈັດຕະວາ Igor Konashenkov ໃຫ້ຮູ້ວ່າ: “ບັນດາກົມກອງສາລະວັດທະຫານ ລັັດເຊຍ ທີ່ເພີ່ມເຕີມໄປນັ້ນ ພວມໄດ້ຮັບການຜັນຂະຫຍາຍ ເພື່ອຫັນສະພາບການຢູ່ລຽບເສັ້ນຊາຍແດນ ຊີຣີ ໃຫ້ເປັນປົກກະຕິ, ໃນຂະນະນັ້ນ ບັນດາໂຮງໝໍກາງສະໜາມ ກໍພວມໄດ້ຮັບການຜັນຂະຫຍາຍເຊັ່ນດຽວກັນ ເພື່ອສະໜອງ ແລະ ໃຫ້ການໜູນຊ່ວຍດ້ານການແພດໃຫ້ແກ່ສາມັນຊົນ”. ທ່ານ Konashenkov ເນັ້ນໜັກວ່າ ລັດເຊຍ ໄດ້ປະຕິບັດຢ່າງຄົບຖ້ວນ ແລະ ຈະສືບຕໍ່ປະຕິບັດພັນທະຂອງຕົນ ຕາມບົດບັນທຶກ Sochi ກ່ຽວກັບ ຊີຣີ, ເຊິ່ງ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕໍາແໜ່ງ ຕວກກີ Tayyip Erdogan ໄດ້ລົງນາມໃນວັນທີ 20 ຕຸລາ ດ້ວຍຈຸດປະສົງ ຢຸດຕິການເຄື່ອນໄຫວການທະຫານຂອງ Ankara ຢູ່ ຊີຣີ. 

ຕອບກັບ

ຂ່າວ/ບົດ​ອື່ນ