ລັດ​ເຊຍ ຢັ້ງ​ຢືນ ບໍ່​ຜະ​ລິດ​ອາ​ວຸດ​ເຄ​ມີ

(VOVWORLD) -ວັນທີ 17 ຕຸລາ, ວັງ Kremlin ໄດ້ຍົກອອກຄຳຖະແຫຼງ ໂດຍຢັ້ງຢືນວ່າ ລັດເຊຍ ບໍ່ພັດທະນາບໍ່ວ່າອາວຸດເຄມີປະເພດໃດໆ ແລະ ປະເທດນີ້ ຍາມໃດກໍປະຕິບັດບັນດາຄຳໝັ້ນສັນຍາໃນຂອບເຂດ ສົນທິສັນຍາຫ້າມອາວຸດເຄມີ ຢ່າງຄົບຖ້ວນ.
ລັດ​ເຊຍ ຢັ້ງ​ຢືນ ບໍ່​ຜະ​ລິດ​ອາ​ວຸດ​ເຄ​ມີ - ảnh 1ທ່ານ Dmitry Peskov ໂຄສົກວັງ Kremlin  (ພາບ: TTXVN)

ທ່ານ Dmitry Peskov, ໂຄສົກວັງ Kremlin ໄດ້ຍົກອອກຄຳຖະແຫຼງດັ່ງກ່າວ ພາຍຫຼັງ ອົງການຫ້າມການແຜ່ຂະຫຍາຍອາວຸດເຄມີ (OPCW) ຖືວ່າ ບັນດາຕົວຢ່າງເລືອດຂອງທ່ານ Alexei Navalny ເຊິ່ງເປັນນັກການເມືອງຝ່າຍຄ້ານຢູ່ ລັດເຊຍ ທີ່ຖືກສົງໄສວ່າຖືກວາງຢາພິດ  ແມ່ນມີສ່ວນປະກອບຂອງໝວດຢາພິດເສັ້ນປະສາດ Novichok.

        ທ່ານ  Dmitry Peskov ໃຫ້ຮູ້ວ່າ, ມາຮອດປັດຈຸບັນ, ລັດເຊຍ ຍັງບໍ່ທັນໄດ້ຮັບບໍ່ວ່າຂໍ້ມູນທາງການໃດໆ ຈາກ ອົງການຫ້າມການແຜ່ຂະຫຍາຍອາວຸດເຄມີ ກ່ຽວຂ້ອງເຖິງເຫດການຂອງທ່ານ Navalny. ລັດເຊຍ ຍັງຄົງປະຕິເສດວ່າ ບໍ່ມີສ່ວນກ່ຽວຂ້ອງເຖິງເຫດການດັ່ງກ່າວ.


ຕອບກັບ

ຂ່າວ/ບົດ​ອື່ນ