ລັດ​ເຊຍ ແລະ ຢູ​ແກຼນ ດຳ​ເນີນ​ການ​ແລ​ກ​ປ່ຽນ​ນັກ​ໂທດ​ຄັ້ງ​ໃຫຍ່

(VOVWORLD) -ມີ 56 ຄົນ, ໃນນັ້ນ ມີທະຫານ 55 ຄົນ ໄດ້ສົ່ງຄືນໃຫ້ຝ່າຍ ລັດເຊຍ ໃນການແລກປ່ຽນນັກໂທດທີ່ມີຂອບຂະໜາດໃຫຍ່ ລະຫວ່າງ ມົດສະກູ ແລະ ກີແອັບ.
ລັດ​ເຊຍ ແລະ ຢູ​ແກຼນ ດຳ​ເນີນ​ການ​ແລ​ກ​ປ່ຽນ​ນັກ​ໂທດ​ຄັ້ງ​ໃຫຍ່ - ảnh 1ນາຍທະຫານ ຢູແກຼນ (ພາບ: TTXVN)

ວັນທີ 22 ກັນຍາ, ສຳນັກຂ່າວສານ RIA Novosti ຂອງ ລັດເຊຍ ໄດ້ຄັດສະເໜີຖະແຫຼງການຂອງຜູ້ນຳໜ້າເຂດດິນແດນ Donetsk, ທາງທິດຕາເວັນອອກ ຢູແກຼນ, ໂດຍໃຫ້ຮູ້ວ່າ ມີ 56 ຄົນ, ໃນນັ້ນ ມີທະຫານ 55 ຄົນ ໄດ້ສົ່ງຄືນໃຫ້ຝ່າຍ ລັດເຊຍ ໃນການແລກປ່ຽນນັກໂທດທີ່ມີຂອບຂະໜາດໃຫຍ່ ລະຫວ່າງ ມົດສະກູ ແລະ ກີແອັບ. ແຈ້ງການດັ່ງກ່າວ ໃຫ້ຮູ້ວ່າ ຝ່າຍ ຢູແກຼນ ໄດ້ຮັບນັກໂທດຈຳນວນ 215 ຄົນ. ນີ້ແມ່ນການແລກປ່ຽນນັກໂທດທີ່ມີຈຳນວນຫຼາຍທີ່ສຸດ ລະຫວ່າງສອງຝ່າຍ ນັບແຕ່ເມື່ອ ລັດເຊຍ ຜັນຂະຫຍາຍບັ້ນການທະຫານພິເສດ ຢູ່ ຢູແກຼນ. ໃນຂະນະນັ້ນ, ກະຊວງປ້ອງກັນປະເທດ ລັດເຊຍ ກໍ່ໃຫ້ຮູ້ວ່າ ບັນດານາຍທະຫານທີ່ໄດ້ແລກປ່ຽນໃນຄັ້ງນີ້ກັບ ຢູແກຼນ ໄດ້ສົ່ງກັບເມືອ ລັດເຊຍ ແລ້ວ ແລະ ພວມໄດ້ຮັບການແດແລສຸຂະພາບ.


ຕອບກັບ

ຂ່າວ/ບົດ​ອື່ນ