ລັດເຊຍຕໍ່ກຳນົດເວລາຄຳສັ່ງຫ້າມນຳເຂົ້າສິນຄ້າເພື່ອໂຕ້ຕອບEU

ລັດເຊຍຕໍ່ກຳນົດເວລາຄຳສັ່ງຫ້າມນຳເຂົ້າສິນຄ້າເພື່ອໂຕ້ຕອບEU - ảnh 1
(ພາບ​ປະ​ກອບ​ຈາກ AFP/TTXVN)

(vovworld) – ວັນ​ທີ 24/6, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ໄດ້​ປະ​ກາດລັດ​ຖະ​ດຳ​ລັດ​ຕໍ່​ກຳ​ນົ​ດ​ເວ​ລາ​ຕື່ມ​ອີກ​ໜຶ່ງ​ປີ​ສຳ​ລັບ “ບັນ​ດາ​ມາດ​ຕະ​ການ​ໂຕ້​ຕອບ​ຄຳ​ສັ່ງ​ລົງ​ໂທດ​ຈາກ​ຝ່າຍ​ຕາ​ເວັນ​ຕົກ”, ໃນ​ນັ້ນ​ມີ​ການ​ຫ້າມ​ນຳ​ເຂົ້າ​ຈາ​ກ​ສະ​ຫະ​ພາບ ເອີ​ລົບ (EU). ແຈ້ງ​ການ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Putin ບໍ່​ຊີ້​ແຈ້ງ​ເນື້ອ​ໃນ​ລາຍ​ລະ​ອຽດ​ທີ່​ໄດ້​ຮັບ​ການ​ຕໍ່​ກຳ​ນົດ​ເວ​ລາ, ແຕ່​ກ່ອນ​ໜ້ານັ້ນ, ປະ​ທານ​ສະ​ພາ​ສະ​ຫະ​ພັນ (ສະ​ພາ​ສູງ ລັດ​ເຊຍ) ​ທ່ານ​ນາງ Valentina Matvienko ເຄີຍ​ຖະ​ແຫຼງ​​ວ່າໃນ​​ການ​ສ້າງ​ຄຳ​ສັ່ງ​ຫ້າມ​ນຳ​ເຂົ້າ​ນັ້ນ: ລັດ​ເຊຍ ຕ້ອງ​ຄິດ​ໄລ່​ຊັ່ງ​ຊາ​ເຖິງ​ທັດ​ສະ​ນະ​ຂອງ​ບັນ​ດາ​ປະ​ເທດ​ມີ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ ແລະ ການ​ເມືອງ​ອັນ​ດີ​ງາມ​ກັບມົດ​ສ​ກູ. ທ່ານ​ນາງ Matvienko ໄດ້​ເຕື້ອງ​ເຖິງ​ບັນ​ດາ​ປະ​ເທດ​ຄື: ຮູງ​ກາ​ຣີ, ເກຼັກ, ໄຊ​ປັ​ຣດ​ ແລະ ຖື​ວ່າ​ຕ້ອງ​ສະ​ໜັບ​ສະ​ໜູນ​ບັນ​ດາ​ປະ​ເທດນີ້. ນອກ​ນັ້ນ, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ກະ​ສິ​ກຳ ລັກ​ເຊຍ Aleksander Tkachev ກໍ່ສະ​ເໜີ​​ພິ​ຈາ​ລະ​ນາ​ເລື່ອງ​ຫ້າມ​ນຳ​ເຂົ້າ​ດອກ​ໄມ້, ເຂົ້າ​ໜົມ, ປາ​ປ໋ອງ​ໃນ​ຂອບ​ເຂດ​ຕໍ່​ກຳ​ນົດ​ເວ​ລາ​ໃຫ້​ຄຳ​ສັ່ງ​ດັ່ງ​ກ່າວ.


ຂ່າວ/ບົດ​ອື່ນ