ລັດເຊຍຕ້ອງຖືກລົງໂທດຈາກ ອີຢູ ແລະ ຫຼາຍປະເທດຕື່ມອີກ

(VOVWORLD) -   ໂດຍໄດ້ປະກາດຜ່ານສື່ສັງຄົມ Twitter, ຊູແອັດ - ເຊິ່ງເປັນປະທານໝູນວຽນ ອີຢູ ໃຫ້ຮູ້ວ່າ: ບັນດາສະມາຊິກ ອີຢູ ໄດ້ຈັດວາງບັນດາມາດຕະການລົງໂທດຢ່າງໜັກທີ່ສຸດ ແລະ ເລິກເຊິ່ງທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ.

ໃນສະພາບການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ຄົບຮອບ 1 ປີ (24 ກຸມພາ 2022 24 ກຸມພາ 2023), ວັນທີ 24 ກຸມພາ, ສະຫະພາບເອີລົບ (EU) ໄດ້ຮັບຮອງເອົາບ້ວງມາດຕະການລົງໂທດຄັ້ງທີ 10 ແນໃສ່ລັດເຊຍ. ບາງປະເທດກໍ່ປະກາດບັນດາມາດຕະການລົງໂທດໃໝ່ໃນຂະນະທີ່ກຸ່ມບັນດາປະເທດອຸດສາຫະກຳພັດທະນາ (G7) ໃຫ້ຄຳໝັ້ນສັນຍາຮັດແໜ້ນການລົງໂທດລັດເຊຍ, ໃນຂະນະນັ້ນ, ທະນາຄານໂລກ (WB) ກໍ່ປະກາດການໜູນຊ່ວຍເພີ່ມເຕີມໃຫ້ ຢູແກຼນ.

        ໂດຍໄດ້ປະກາດຜ່ານສື່ສັງຄົມ Twitter, ຊູແອັດ - ເຊິ່ງເປັນປະທານໝູນວຽນ ອີຢູ ໃຫ້ຮູ້ວ່າ: ບັນດາສະມາຊິກ ອີຢູ ໄດ້ຈັດວາງບັນດາມາດຕະການລົງໂທດຢ່າງໜັກທີ່ສຸດ ແລະ ເລິກເຊິ່ງທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ. ບ້ວງມາດຕະການລົງໂທດໃໝ່ລວມມີການຮັດແໜ້ນບັນດາການຈຳກັດການສົ່ງອອກກ່ຽວຂ້ອງເຖິງບັນດາປະເພດສິນຄ້າອາດຈະໄດ້ນຳໃຊ້ເຂົ້າໃນຈຸດປະສົງພົນລະເຮືອນ ແລະ ການທະຫານ, ກໍ່ຄືບັນດາມາດຕະການເພື່ອແນໃສ່ບາງອົງກອນ.

        ຂໍ້ຕົກລົງລົງໂທດຂອງ ອີຢູ ໄດ້ຍົກອອກມາໃນວັນດຽວກັນ ໃນຂະນະທີ່ ອາເມລິກາ, ອັງກິດ, ນິວຊີແລນ ແລະ ສ. ເກົາຫຼີ ກໍ່ແຈ້ງໃຫ້ຊາບວ່າ ໄດ້ຈັດວາງບັນດາມາດຕະການລົງໂທດໃໝ່ແນໃສ່ລັດເຊຍ.

ວັນທີ 24 ກຸມພາ, ອາເມລິກາ ໄດ້ປະກາດບ້ວງມາດຕະການລົງໂທດຢ່າງເລິກເຊິ່ງ, ກ້ວາງຂວາງ ເພື່ອແນໃສ່ເພີ່ມທະວີການກໍ່ຄວາມເສຍຫາຍດ້ານເສດຖະກິດໃຫ້ ລັດເຊຍ. ທຳນຽບຂາວໃຫ້ຮູ້ວ່າ: ບ້ວງມາດຕະການລົງໂທດໃໝ່ແນໃສ່ບັນດາຂະແໜງ: ທະນາຄານ, ຂຸດຄົ້ນບໍ່ແຮ່ ແລະ ອຸດສາຫະກຳປ້ອງກັນຊາດ, ຈະແນໃສ່ “ກ່ວາ 200 ສ່ວນບຸກຄົນ ແລະ ອົງການຈັດຕັ້ງ, ເຊິ່ງລວມທັງຂອງປະເທດລັດເຊຍ ແລະ ປະເທດທີ 3 ຢູ່ທະວີບ ເອີລົບ, ອາຊີ ແລະ ຕາເວັນອອກກາງ ທີ່ພວມສະໜັບສະໜູນລັດເຊຍ”. ໃນຈຳນວນບັນດາເປົ້າໝາຍທີ່ຖືກລົງໂທດໃໝ່ນັ້ນ, ຈະມີ “ອົງການການເງິນຂອງລັດເຊຍຫຼາຍສິບແຫ່ງ”.

        ທຳນຽບຂາວຍັງຊີ້ແຈ້ງວ່າ: ອາເມລິກາ ພວມ ລົງໂທດບັນດາຂົງເຂດປ້ອງກັນຊາດ ແລະ ເຕັກໂນໂລຊີສູງຂອງລັດເຊຍ, ໃນນັ້ນມີການຈຳກັດຄວາມມານະພະຍາຍາມຂອງລັດເຊຍ ເພື່ອແນໃສ່ຫຼີກລ້ຽງບັນດາຄຳສັ່ງລົງໂທດທີ່ພວມປະກາດໃຊ້. ພ້ອມນັ້ນ, ຂະແໜງຂຸດຄົ້ນແຮ່ທາດ ແລະ ໂລຫະຂອງລັດເຊຍ ກໍ່ນອນໃນເປົ້າໝາຍລົງໂທດດ້ານເສດຖະກິດ. ລະອຽດຄື, ການກະທຳນີ້ຈະຄ່ອຍໆພາໄປເຖິງການເພີ່ມອັດຕາພາສີສຳລັບ ກ່ວາ 100 ຜະລິດຕະພັນໂລຫະ, ແຮ່ທາດ ແລະ ເຄມີຂອງລັດເຊຍ ທີ່ມີມູນຄ່າປະມານ 2,8 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ