ລັດເຊຍປະກາດໃຊ້ກົດໝາຍສະບັບໃໝ່ກ່ຽວກັບການຕ້ານກໍ່ການຮ້າຍ

ລັດເຊຍປະກາດໃຊ້ກົດໝາຍສະບັບໃໝ່ກ່ຽວກັບການຕ້ານກໍ່ການຮ້າຍ - ảnh 1
ກຳລັງປ້ອງກັນຄວາມສະຫງົບ ລັດເຊຍ ເຄີຍຕ້ອງຮັບມືກັບກຳລັງກໍ່ການຮ້າຍເປັນປະຈຳ
(ພາບ: AP)

(vovworld) – ທ່ານ​ປະທານາທິບໍດີ ສະຫະພັນ ລັດ​ເຊຍ Vladimir Putin ຫາ​ກໍ່​ປະກາດ​ໃຊ້​ກົດໝາຍ​ສະບັບ​ໃໝ່​ກ່ຽວ​ກັບ​ມາດ​ຕະການ​ຕ້ານ​ກໍ່​ການ​ຮ້າຍ​ທີ່​ແຂງ​ກະດ້າງ ກ່ອນ​ທີ່​ຈັດ​ຕັ້ງ​ງານ​ມະຫາ​ກຳ​ກິລາ ລະດູ​ໜາວ ປີ 2014 ຢູ່ Sochi, ປະ​ເທດລັດ​ເຊຍ. ຕາມ​ນັ້ນ​ແລ້ວ, ບັນດາ​ຜົນ​ເສຍ​ຫາຍ​ໂດຍ​ພວກ​ກໍ່​ການ​ຮ້າຍ​ກໍ່​ຂຶ້ນ​ຈະ​ໄດ້​ຮັບ​ການ​ທົດ​ແທນ​ຄວາມ​ເສຍ​ຫາຍ​ຈາກ​ຍາດຕິ​ພີ່ນ້ອງ​ຂອງ​ເຂົາ​ເຈົ້າ, ກໍ່​ຄື​ການ​ກຳນົດ​ການລົງ​ໂທ​ດຈຳ​ຄຸກ​ຂຶ້ນ​ເຖິງ 20 ປີ​ສຳລັບ​ການ​ກະທຳ​ຜິດ​ສ້າງ​ຕັ້ງ​ບັນດາ​ອົງການ​ກໍ່​ການ​ຮ້າຍ. ກົດໝາຍ​ສະບັບ​ໃໝ່​ຍົກ​ຄວາ​ມຮັບຜິດ​ຊອບ​ດ້ານ​ອາຍາ​ສຳລັບ​ເລື່ອງ​ຈັດ​ຕັ້ງກຸ່ມ​ກໍ່​ການ​ຮ້າຍ ​ແລະ ​ເຂົ້າ​ຮ່ວມ​ການ​ຝຶກ​ແອບ​ຢູ່​ບັນດາ​ຄ້າຍ​ຝຶກ​ແອບ​ກໍ່​ການ​ຮ້າ​ຍ. ລະອຽດ​ຄື, ​ການ​ກະທຳ​ຜິດ​ເຂົ້າ​ຮ່ວມ​ການ​ຝຶກ​ແອບ​ກໍ່​ການ​ຮ້າຍ​ຈະ​ຖືກຈຳ​ຄຸກ​ແຕ່ 5 – 10 ປີ, ປັບ​ໄໝ​ເງິນ 500.000 ຣຸບ. ​ການ​ກະທຳ​ພິດຈັດ​ຕັ້ງ​ກຸ່ມກໍ່​ການ​ຮ້າຍ​ຈະ​ຖືກຈຳ​ຄຸກ​ແຕ່ 15 – 20 ປີ, ປັບ​ໄໝ​ເງິນ 1 ລ້ານຣຸບ, ​ເຂົ້າ​ຮ່ວມ​ບັນດາ​ກຸ່ມ​ນີ້​ຖື​ກຕັດສິນຈຳ​ຄຸກ​ແຕ່ 5 – 10 ປີ, ປັບ​ໄໝ​ເງິນ 500.000 ຣຸບ.

ຂ່າວ/ບົດ​ອື່ນ