ລັດ​ເຊຍ​ສືບຕໍ່​ສ້າງກອງ​ທັບ​ໃຫ້​​ເຂັ້ມ​ແຂງ

(VOVWORLD) - ທ່ານ Vladimir Putin ປະທານາທິບໍດີລັດເຊຍໄດ້ຢັ້ງຢືນວ່າ ໃນທຸກໆກໍລະນີ, ລັດເຊຍຈະປະຕິບັດແຜນການເພີ່ມທະວີບັນດາເຫຼົ່າຮົບທັງໝົດ, ກໍ່ຄືການປະກອບອາວຸດຍຸດທະພັນທີ່ກ້າວໜ້າໃຫ້ແກ່ບັນດາກົມກອງດັ່ງກ່າວ.
ລັດ​ເຊຍ​ສືບຕໍ່​ສ້າງກອງ​ທັບ​ໃຫ້​​ເຂັ້ມ​ແຂງ - ảnh 1ທ່ານ Vladimir Putin ປະທານາທິບໍດີລັດເຊຍ (ພາບ: TTXVN) 

ໃນຈົດໝາຍອວຍພອນນັກສຶກສາ ມະຫາວິທະຍາໄລການທະຫານ ແລະ ວິທະຍາຄານແຫ່ງຕ່າງໆຂອງກະຊວງປ້ອງກັນປະເທດ ລັດເຊຍທີ່ຮຽນຈົບໃນວັນທີ 9 ພຶດສະພາ, ທ່ານ Vladimir Putin ໃຫ້ຮູ້ວ່າ ການປັບປຸງບັນດາກຳລັງປະກອບອາວຸດສະຫະພັນລັດເຊຍຈະສືບຕໍ່ໄດ້ຮັບການປະຕິບັດ. ກອງທັບຈະໄດ້ຮັບການປະກອບດ້ວຍບັນດາລະບົບອາວຸດທີ່ມີຄວາມແມ່ນຍຳສູງ ແລະ ເໜືອສຽງຍຸດທະສາດແບບທີ່ບໍ່ເຄີຍມີມາກ່ອນ.

ຕອບກັບ

ຂ່າວ/ບົດ​ອື່ນ