(vovworld) – ວັນທີ 6/10, ທະຫານກ່ວາ 1.000 ຄົນທີ່ມາຈາກຖານທີ່ໝັ້ນການທະຫານເລກທີ 201 ຂອງລັດເຊຍທີ່ຕັ້ງທັບຢູ່ ຕາຢີກິດສະຖານ, ເລີ່ມຕົ້ນການສ້ອມຮົບຍຸດທະວິທີ ດ້ວຍບັນດາເນື້ອໃນຍິງລູກປືນແທ້. ໂຄສົກຂອງເຂດທະຫານພາກກາງ, ພັນເອກ Yaroslav Roshchupkin ຮັບຮູ້ວ່າ: ປືນຈັກ, ລົດຖັງ, ບັນດາຫົວໜ່ວຍສອບແນມ, ທະຫານປືນໃຫຍ່ ແລະ ກ່ວາ 300 ຫົວໜ່ວຍອາວຸດໜັກ ໄດ້ເຂົ້າຮ່ວມການສ້ອມຮົບນີ້.
ດ້ວຍທະຫານ ລັດເຊຍ 6.000 ຄົນທີ່ຕັ້ງທັບຢູ່ບັນດາເຂດຊານນະຄອນຂອງ ຕາກີກິດສະຖານ, ຖານທີ່ໝັ້ນເລກທີ 201 ແມ່ນຮາກຖານການທະຫານທາງບົກໃຫຍ່ອັນດັບໜຶ່ງຂອງ ລັດເຊຍ ຢູ່ຕ່າງປະເທດ.
ຕາມສົນທິສັນຍາທີ່ເຊັນເມືອເດືອນ 10/2012, ຖານທີ່ໝັ້ນການທະຫານເລກທີ 201 ຈະໄດ້ຮັບການຜັນຂະຫຍາຍຢູ່ ຕາຢີກິດສະຖານ ຢ່າງໜ້ອຍສຸດແມ່ນຮອດປີ 2042.