ລັດ​ເຊຍ​ສະ​ເໜີ​ຂໍ້​ຕົກ​ລົງ​ນິວ​ເຄຼຍ​ຊົ່ວ​ຄາວ​ກັບ ອີ​ຣານ

(VOVWORLD) -ຂໍ້ຕົກລົງຊົ່ວຄາວອາດຈະລວມມີການຍົກເລີກບາງຄຳສັ່ງຂວ້ຳບາດ ເພື່ອປ່ຽນແທນທີ່ການຈັດວາງບາງຂໍ້ຈຳກັດສຳລັບໂຄງການນິວເຄຼຍ ຂອງ ອີຣານ ຄືນໃໝ່.
ລັດ​ເຊຍ​ສະ​ເໜີ​ຂໍ້​ຕົກ​ລົງ​ນິວ​ເຄຼຍ​ຊົ່ວ​ຄາວ​ກັບ ອີ​ຣານ - ảnh 1ທ່ານປະທານາທິບໍດີລັດເຊຍ Vladimir Putin ພົບປະກັບທ່ານ ປະທານາທິບໍດີ ອີຣານ Ebrahim Raisi (ພາບ: AFP)

ອາທິດຜ່ານມາ, ລັດເຊຍ ໄດ້ປຶກສາຫາລືກັບ ອີຣານ ກ່ຽວກັບຄວາມຄວາມສາມາດບັນລຸໄດ້ຂໍ້ຕົກລົງຊົ່ວຄາວເພື່ອແນໃສ່ຟື້ນຟູຂໍ້ຕົກລົງນິວເຄຼຍແຜນການກະທຳຮ່ວມຮອບດ້ານ (JCPOA). ຂໍ້ຕົກລົງຊົ່ວຄາວອາດຈະລວມມີການຍົກເລີກບາງຄຳສັ່ງຂວ້ຳບາດ ເພື່ອປ່ຽນແທນທີ່ການຈັດວາງບາງຂໍ້ຈຳກັດສຳລັບໂຄງການນິວເຄຼຍ ຂອງ ອີຣານ ຄືນໃໝ່.

ຕາມ JCPOA ທີ່ໄດ້ລົງນາມໃນປີ 2015 ແລ້ວ, ອີຣານ ຈະຈຳກັດໂຄງການນິວເຄຼຍເພື່ອແລກເອົາເລື່ອງ ອາເມລິກາ ແລະ ຝ່າຍທິດຕາເວັນຕົກ ຍົກເລີກບາງມາດຕະການລົງໂທດ ເພື່ອເລັ່ງໃສ່ປະເທດນີ້. ເຖິງຢ່າງໃດກໍ່ຕາມ, ປີ 2018, ທ່ານອະດີດປະທານາທິບໍດີ ອາເມລິກາ Donald Trump ໄດ້ຕັດສິນຖອນ ວໍຊິງຕັນ ອອກຈາກຂໍ້ຕົກລົງນີ້, ພ້ອມທັງຈັດວາງຄືນບັນດາມາດຕະການລົງໂທດອີຣານ. ອີຣານຄັດຄ້ານຫຼັກໝັ້ນຂອງທ່ານ Donald Trump ຢ່າງເດັດຂາດ.

ຕອບກັບ

ຂ່າວ/ບົດ​ອື່ນ