ລັດ​ເຊຍ​ສະ​ໜັບ​ສະ​ໜູນ​ການຫັນການ​ພົວພັນ​ກັບ​ອາ​ເມ​ລິ​ກາ​ເປັນ​ປົກ​ກະ​ຕິ

(VOVWORLD) -ອຳນາດການປົກຄອງ ມົດສະກູ ສະໜັບສະໜູນເລື່ອງສ້າງການເຈລະຈາແບນສະເໝີພາບລະຫວ່າງລັດເຊຍ ແລະ ອາເມລິກາ ບົນພື້ນຖານເຄົາລົບ ບັນດາຜົນປະໂຫຍດຂອງກັນ.
ລັດ​ເຊຍ​ສະ​ໜັບ​ສະ​ໜູນ​ການຫັນການ​ພົວພັນ​ກັບ​ອາ​ເມ​ລິ​ກາ​ເປັນ​ປົກ​ກະ​ຕິ - ảnh 1ທ່ານ ປະທານາທິບໍດີ ລັດເຊຍ Vladimir Putin (ພາບ: THX/TTXVN) 

ນີ້ແມ່ນເນື້ອໃນທີ່ໄດ້ຍົກອອກມາໃນສານອວຍພອນວັນບຸນ ຄຼິດສະມາດ ແລະ ປີ ໃໝ່ຂອງ ທ່ານ ປະທານາທິບໍດີ ລັດເຊຍ Vladimir Putin ທີ່ສົ່ງເຖິງ ທ່ານ ປະທານາທິບໍດີ ອາເມລິກາ Donald Trump ແລະ ໄດ້ເອົາລົງໃນເວັບໄຊຂອງ ວັງ Kremlin ໃນວັນທີ 30 ທັນວາ.

ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຖືວ່າ ລັດເຊຍ ແລະ ອາເມລິກາ ພ້ອມກັນແບກຫາບຄວາມຮັບຜິດຊອບປະຫວັດສາດ ຮັບປະກັນຄວາມໝັ້ນຄົງ ແລະ ສະຖຽນລະພາບ ຂອງໂລກ, ພ້ອມທັງ ຢັ້ງຢືນຄືນໃໝ່ຄຳເຊື້ອເຊີນ ທ່ານປະທານາທິບໍດີ Donald Trump ໄປຢ້ຽມຢາມ ມົດສະກູໃນເດືອນພຶດສະພາປີ 2020 ເພື່ອເຂົ້າຮ່ວມພິທີສະເຫຼີມສະຫຼອງ 75 ປີ ແຫ່ງວັນ ກອງທັບແດງໂຊຫວຽດ ໄດ້ຮັບໄຊຊະນະ ຟາດຊິດເຢຍລະມັນ.

ຕອບກັບ

ຂ່າວ/ບົດ​ອື່ນ