ລັດເຊຍຮຽກຮ້ອງຖື ຜົນປະໂຫຍດຂອງ ປຊຊ ຢູແກຼນເໜືອກ່ວາ ບັນດາຜົນປະໂຫຍດ ດ້ານການເມືອງ
ການໃຊ້ຄວາມຮຸນແຮງຢູ່ Crimea -ຢູແກຼນ
(ພາບ :ອິນເຕີແນັດ)
(vovworld)- ລັດເຊຍ ຮຽກຮ້ອງປະເທດຕ່າງໆຈົ່ວຖືຜົນປະໂຫຍດຂອງ ປຊຊ ຢູແກຼນ ເໜືອກ່ວາບັນດາຜົນປະໂຫຍດດ້ານການເມືອງ. ທ່ານ Sergei Lavrov ລັດຖະມົນນຕີການຕ່າງປະເທດລັດເຊຍ ໄດ້ປະກາດຄືດັ່ງກ່າວທີ່ວາລະປະຊຸມຄັ້ງທີ 25 ສະພາສິດທິມະນຸດ ສປຊ ເມື່ອວັນທີ 3/3. ທ່ານ Sergei Lavrov ເນັ້ນໜັກວ່າ: ຕ້ອງຮັບປະກັນການປະຕິບັດບັນດາຄຳໝັ້ນສັນຍາໃນຂໍ້ຕົກລົງທີ່ໄດ້ເຊັນກັນເມື່ອວັນທີ 21/2 ລະຫວ່າງປະທານາທິບໍດີ Viktor Yanukovych ກັບການນຳຝ່າຍຄ້ານ, ລວມທັງວິວັດການປະຕິຮູບລັດຖະທຳມະນູນທີ່ມີການເຂົ້າຮ່ວມ ແລະ ຄິດໄລ່ເຖິງຄຳເຫັນຂອງທຸກໆຂົງເຂດຂອງຢູແກຼນ ເພື່ອວ່າຫຼັງຈາກນັ້ນຈະນຳໄປລົງປະຊາມະຕິໃນທົ່ວປະເທດຢູແກຼນ.
ໃນວັນດຽວກັນ, ສະພາສະຫະພັນລັດເຊຍ ໄດ້ສະເໜີປະທານາທິບໍດີ Putin ຮຽກຕົວທ່ານເອກອັກຄະລັດຖະທູດລັດເຊຍ ປະຈຳອາເມລິກາ ກັບເມືອປະເທດ ເພື່ອແນໃສ່ຄັດຄ້ານຄຳປະກາດຂອງອາເມລິກາ ກ່ຽວກັບນະໂຍບາຍຂອງລັດເຊຍ ທີ່ມີຕໍ່ຢູແກຼນ. ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ກໍ່ປະກາດວ່າ: ອາເມລິກາ ບໍ່ຢາກກັບຄືນສູ່ການພົວພັນໄລຍະສົງຄາມເຢັນກັບລັດເຊຍ ຍ້ອນຄວາມບໍ່ລົງລອຍກັນກ່ຽວກັບສະພາບການຢູແກຼນ.
ກ່ຽວກັບສະພາບການຢູ່ຢູແກຼນ, ວັນທີ 4/3, ຢູ່ນະຄອນຫຼວງ Kiev, ທ່ານນາຍົກລັດຖະມົນຕີຢູແກຼນ Arseiy Yatsenyuk ໄດ້ຈັດການພົບປະສ້າງສັນກັບຜູ້ຕາງໜ້າວິສາຫະກິດພາຍໃນ ແລະ ຕ່າງປະເທດກ່ວາ 600 ຄົນ ເພື່ອຕອບຄຳຖາມກ່ຽວຂ້ອງເຖິງຜົນປະໂຫຍດຂອງວິສາຫະກິດຢູ່ຢູແກຼນ ໃນສະພາບການທີ່ປະເທດນີ້ຕົກເຂົ້າສູ່ວິກິດການດ້ານການເມືອງຢ່າງຮ້າຍແຮງ. ທ່ານນາຍົກລັດຖະມົນຕີຢູແກຼນ Arseiy Yatsenyuk ໃຫ້ຮູ້ວ່າ: ລັດຖະບານປະເທດນີ້ຍອມຮັບທຸກໆຄຳຮຽກຮ້ອງຂອງກອງທຶນເງິນຕາສາກົນ, ລະດຽດຄື: ເພີ່ມອັດຕາພາສີນຳເຂົ້າອາຍແກດເພື່ອແລກເອົາການໜູນຊ່ວຍ.
ໃນຂະນະນັ້ນ, ວັນທີ 4/3, ຢູ່ Odessa ຊື່ງແມ່ນແຂວງໃຕ້ສຸດ ແລະ ໃຫ່ຍກ່ວາໝູ່ທາງທິດຕາເວັນຕົກສ່ຽງໃຕ້ຢູແກຼນ, ມີຜູ້ແຫ່ຂະບວນປະທ້ວງປະມານ 3000 ຄົນໄດ້ເຕົ້າໂຮມກັນຢູ່ນອກສຳນັກງານຄະນະກຳມະການປົກຄອງແຂວງ, ຮຽກຮ້ອງການສະໜັບສະໜູນເລື່ອງສະຫະພັນ ແລະ ບໍ່ຮັບຮູ້ອຳນາດການປົກຄອງ Kiev. ບັນດາຜູ້ແຫ່ຂະບວນປະທ້ວງຮຽກຮ້ອງໃຫ້ດຳເນີນການລົງປະຊາມະຕິ./.