ລັດເຊຍແລະຕວັກກີເຫັນດີຄວນຜັນຂະຫຍາຍບັນດາມາດຕະການຮັບປະກັນສະພາບການຢູ່ Idlib (ຊີຣີ) ໃຫ້ມີສະຖຽນລະພາບ

(VOVWORLD) -ການນຳ 2 ທ່ານໄດ້ສະແດງໃຫ້ເຫັນຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບຄວາມເຄັ່ງຕຶງທີ່ປີນຂັ້ນໄດຢູ່ແຂວງ Idlib ທີ່ເຮັດໃຫ້ຫຼາຍຄົນໄດ້ຮັບບາດເຈັບ ແລະ ເສຍຊີວິດ, ໃນນັ້ນມີທະຫານ ຕວັກກີ.

ລັດເຊຍແລະຕວັກກີເຫັນດີຄວນຜັນຂະຫຍາຍບັນດາມາດຕະການຮັບປະກັນສະພາບການຢູ່ Idlib (ຊີຣີ) ໃຫ້ມີສະຖຽນລະພາບ - ảnh 1 ທ່ານປະທານາທິບໍດີລັດເຊຍ Vladimir Putin ແລະ ຄູ່ຮ່ວມຕຳແໜ່ງຕວກກີ Tayyip Erdogan

(ພາບປະກອບ: TTXVN)

ວັນທີ 28 ກຸມພາ, ວັງ Kremlin ໃຫ້ຮູ້ວ່າ, ທ່ານປະທານາທິບໍດີລັດເຊຍ Vladimir Putin ແລະ ຄູ່ຮ່ວມຕຳແໜ່ງຕວກກີ Tayyip Erdogan ໄດ້ມີການໂອ້ລົມທາງໂທລະສັບ ແລະ ເຫັນດີນຳກັນຄວນຜັນຂະຫຍາຍບັນດາມາດຕະການໃໝ່ ເພື່ອແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ຮັບປະກັນສະພາບສະຖຽນລະພາບຢູ່ Idlib, ທາງທິດຕາເວັນຕົກສ່ຽງເໜືອຊີຣີ ໂດຍໄວ. ການນຳ 2 ທ່ານໄດ້ສະແດງໃຫ້ເຫັນຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບຄວາມເຄັ່ງຕຶງທີ່ປີນຂັ້ນໄດຢູ່ແຂວງ Idlib ທີ່ເຮັດໃຫ້ຫຼາຍຄົນໄດ້ຮັບບາດເຈັບ ແລະ ເສຍຊີວິດ, ໃນນັ້ນມີທະຫານ ຕວັກກີ. 2 ຝ່າຍໄດ້ເຫັນດີຄວນເພີ່ມທະວີບັນດາມາດຕະການ ແລະ ຈັດຕັ້ງກອງປະຊຸມຂັ້ນສູງໃນໄລຍະຈະມາເຖິງ ເພື່ອແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງຢູ່ທີ່ນີ້, ດັ້ງເດີມເຄີຍແມ່ນກຳແພງສຸດທ້າຍຂອງພວກລຸກຮື້ຂຶ້ນຢູ່ຊີຣີ.

ຕອບກັບ

ຂ່າວ/ບົດ​ອື່ນ