ລັດເຊຍໂຕ້ຕອບບັນດາຄຳສັ່ງລົງໂທດໃໝ່ຂອງອາເມລິກາ

(VOVWORLD) -ວັນທີ 12 ມິຖຸນາ, ທ່ານຮອງລັດຖະມົນຕີການຕ່າງປະເທດລັດເຊຍ Sergei Ryabkov ໃຫ້ຮູ້ວ່າ

ລັດເຊຍໂຕ້ຕອບບັນດາຄຳສັ່ງລົງໂທດໃໝ່ຂອງອາເມລິກາ - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດ Sergei Ryabkov

(ພາບ: MNA/TTXVN)

ປະເທດນີ້ຈະຊັ່ງຊາບັນດາມາດຕະການໂຕ້ຕອບບັນດາຄຳສັ່ງລົງໂທດໃໝ່ຂອງອາເມລິກາ. ທ່ານຮອງລັດຖະມົນຕີການຕ່າງປະເທດ Sergei Ryabkov ເນັ້ນໜັກວ່າ, ລັດເຊຍ ຈະສືບຕໍ່ຢຶດໝັ້ນຕໍ່ວິວັດທະນາການດ້ານການເມືອງທີ່ເຂັ້ມແຂງຂອງປະເທດນີ້, ຊົມໃຊ້ບັນດາມາດຕະການລົງໂທດຄືດັ່ງ “ໄມ້ງັດ” ເພື່ອເພີ່ມທະວີການພັດທະນາເສດຖະກິດ.

      ກ່ອນໜ້ານັ້ນ, ວັນທີ 11 ມິຖຸນາ, ກະຊວງການເງິນອາເມລິກາ ໄດ້ອອກແຈ້ງການລົງໂທດ 3 ບຸກຄົນ, 5 ອົງກອນຂອງລັດເຊຍ ຕື່ມອີກ ຍ້ອນມີສ່ວນກ່ຽວຂ້ອງເຖິງບັນດາການເຄື່ອນໄຫວເຕັກໂນໂລຊີທີ່ກໍ່ຄວາມເສຍຫາຍໃຫ້ອາເມລິກາ ລວມມີການໜູນຊ່ວຍວັດສະດຸ ແລະ ເຕັກໂນໂລຊີໃຫ້ອົງການສືບລາຊະການລັບຂອງລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ