ລີ​ບັງ: ມີ​ຜູ້ຮັບ​ບາດ​ເຈັບ 238 ຄົນ​ໃນ​ເຫດ​ແຫ່​ຂະ​ບວນ​ປະ​ທ້​ວງ

(VOVWORLD) -ບັນດາຜູ້ແຫ່ຂະບວນປະທ້ວງໄດ້ບຸກເຂົ້າສຳນັກງານສະພາແຫ່ງຊາດ ບັງຄັບໃຫ້ຕຳຫຼວດຕ້ອງຍິງແກັດນ້ຳຕາ ເພື່ອຍຸບເລີກຜູ້ແຫ່ຂະບວນປະທ້ວງ.
ລີ​ບັງ: ມີ​ຜູ້ຮັບ​ບາດ​ເຈັບ 238 ຄົນ​ໃນ​ເຫດ​ແຫ່​ຂະ​ບວນ​ປະ​ທ້​ວງ - ảnh 1

ວັນທີ 08 ສິງຫາ, ອົງການສະພາກາແດງລີບັງ ໃຫ້ຮູ້ວ່າ, ມີຜູ້ຮັບບາດເຈັບ 238 ຄົນໃນບັນດາການແຫ່ຂະບວນປະທ້ວງໃນບັນດາເຫດປະທະກັນກ່ຽວຂ້ອງເຖິງການແຫ່ຂະບວນປະທ້ວງຢູ່ໃຈກາງນະຄອນຫຼວງ Beirut. ກ່ອນໜ້ານັ້ນ, ມີ 10.000 ຄົນ ໄດ້ເຕົ້າໂຮມຢູ່ສະໜາມຫຼວງໃຈກາງນະຄອນຫຼວງ Beirut, ສະແດງການຄັດຄ້ານວົງການເຈົ້າໜ້າທີ່ປະເທດນີ້ມີສ່ວນກ່ຽວຂ້ອງເຖິງເຫດລະເບີດຢ່າງຮ້າຍແຮງ ເຊິ່ງເຮັດໃຫ້ 158 ຄົນເສຍຊີວິດ ແລະ ກວ່າ 6.000 ຄົນຮັບບາດເຈັບ. ບັນດາຜູ້ແຫ່ຂະບວນປະທ້ວງໄດ້ບຸກເຂົ້າສຳນັກງານສະພາແຫ່ງຊາດ ບັງຄັບໃຫ້ຕຳຫຼວດຕ້ອງຍິງແກັດນ້ຳຕາ ເພື່ອຍຸບເລີກຜູ້ແຫ່ຂະບວນປະທ້ວງ. ເພື່ອໂຕ້ຕອບຄືນບັນດາຜູ້ແຫ່ຂະບວນປະທ້ວງໄດ້ແກວ່ງຫີນໃສ່ກຳລັງປ້ອງກັນຄວາມສະຫງົບ ໃນຄວາມມານະພະຍາຍາມເຂົ້າໃກ້ກັບຫໍສະພາແຫ່ງຊາດກວ່າ.

ໃນເຫດການທີ່ກ່ຽວຂ້ອງ, ວັນທີ 09 ສິງຫາ, ບັນດານັກອຸປະຖຳສາກົນໄດ້ຈັດກອງປະຊຸມທາງອອນລາບໜູນຊ່ວຍລີບັງ ພາຍຫຼັງເກີດເຫດລະເບີດຢູ່ Beirut ເມື່ອວັນທີ 04 ສິງຫາ ຜ່ານມາ, ກໍ່ວິກິດການທາງດ້ານເສດຖະກິດຢ່າງຮ້າຍແຮງ. ທີ່ກອງປະຊຸມ, ບັນດານັກອຸປະຖຳຈະແຜ່ບໍລິຈາກຊ່ວຍ ລີບັງ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດລະເບີດໂດຍໄວ. ນີ້ໄດ້ຮັບຖືວ່າແມ່ນບາດກ້າວທີ່ຈຳເປັນ ແລະ ເປີດແງ່ຫວັງໃຫ້ແກ່ອະນາຄົດຂອງລີບັງ.


ຕອບກັບ

ຂ່າວ/ບົດ​ອື່ນ