ລີ​ບີສະ​ກັດ​ກັ້ນ, ກັກ​ຕົວຊາວ​ອົບ​​ພະ​ຍົບປະ​ມານ 400 ຄົນ ​ທີ່ຊອກ​ຫາ​ວີ​ທີ​ເຂົ້າ ເອີ​ລົບ

(VOVWORLD) -ໃນວັນທີ 25 ພຶດສະພາ, ອົງການຈັດຕັ້ງເພື່ອການເຄື່ອນຍ້າຍຖິ່ນຖານສາກົນ (IOM) ໃຫ້ຮູ້ວ່າ ອົງການປ້ອງກັນຝັ່ງທະເລຂອງ ລີບີ ໄດ້ສະກັດກັ້ນຊາວອົບພະຍົບປະມານ 400 ຄົນ ທີ່ພວມຫາທາງເຂົ້າເອີລົບໃນ 2 ວັນທີ່ຜ່ານມາ ແລະ ນຳສົ່ງເຂົາເຈົ້າໄປຍັງສູນກັກຕົວຢູ່ນະຄອນຫຼວງ Tripoli ຂອງລີບີ. 

ເປັນອັນວ່າ, ໃນເດືອນນີ້ມີຊາວອົບພະຍົບທັງໝົດ ປະມານ 1000 ຄົນ ໄດ້ ພະຍາຍາມຂ້າມຊາຍແດນ ໂດຍບໍ່ຫົວຊາຕໍ່ເລື່ອງ ລີບີປິດບັນດາດ່ານຊາຍແດນສາກົນເພື່ອແນໃສ່ສະກັດກັ້ນການແຜ່ລະບາດຂອງໂລກລະບາດ Covid – 19.

ລີບີໄດ້ຕົກເຂົ້າສູ່ສະພາບວຸ່ນວາຍພາຍຫຼັງທ່ານ Moammar Gadhafi ປະທານາທິບໍດີ ຖືກໂຄ່ນລົ້ມໃນປີ 2011 ແລະ ກາຍເປັນສະຖານທີ່ສົ່ງຕໍ່ຫຼັກແຫຼ່ງຂອງຊາວອົບພະຍົບແຕ່ອາບຟຼິກກາ ແລະ ບັນດາປະເທດ ອາຣັບ ໄປຍັງບັນດາປະເທດເອີລົບເພື່ອລົບໜີອອກຈາກສົງຄາມ ແລະ ຄວາມທຸກຍາກ. ຕາມ IOMແລ້ວ, ຈຳນວນຜູ້ອົບພະຍົບເສຍຊີວິດເມື່ອພະຍາຍາມຂ້າມທະເລເມີດແຕລາເນ ນັບແຕ່ປີ 2014 ມາຮອດປັດຈຸບັນໄດ້ກາຍຕົວເລກ 20.000 ຄົນແລ້ວ.

ຕອບກັບ

ຂ່າວ/ບົດ​ອື່ນ