ລະນຶກ 10 ປີແຫ່ງກໍລະນີວາງ ລະເບີດຢູ່ເກາະບາລີ ປະເທດອີນໂນເນເຊຍ

ລະນຶກ 10 ປີແຫ່ງກໍລະນີວາງ ລະເບີດຢູ່ເກາະບາລີ ປະເທດອີນໂນເນເຊຍ - ảnh 1
ການເຄື່ອນ​ໄຫວ​ລະນຶກ 10 ປີ ກໍລະນີ​ວາງ​ລະ​ເບີດ​ຢູ່​ເກາະ ບາ​ລີ
(ພາບ: BBC)


Vovworld- ວັນທີ 12/10, ອີນໂດເນເຊຍ ແລະ ອົດສະຕາລີ ໄດ້ດຳເນີນບັນດາ ການເຄື່ອນ​ໄຫວ​ລະນຶກ 10 ປີ ກໍລະນີ​ວາງ​ລະ​ເບີດທີ່​ຫວາດ​ຫວັ່ນ​ຂວັນ​ຫາຍ​ຢູ່​ເກາະ ບາ​ລີ ປະ​ເທດ​ອີນ​ໂນ​ເນ​ເຊຍ, ອັນ ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ 202 ຄົນ, ​ໃນ​ນັ້ນ​ມີ​ນັກ​ທ່ອງ​ທ່ຽວ​ຊາວ​ອົດ​ສະ​ຕາ​ລີ 88 ຄົນ . ຢູ່ ບາ​ລີ ພິທີ​ອາ​ໄລ​ຫາ​ຖືກ​ເລີ່​ມດຳ​ເນີນ​ດ້ວຍ​ບົດ​ເພງ Imagine ຂອງ​ນັກ​ຮ້ອງ John Lennon ທີ່​ມີ​ຄວາມ​ໝາຍ​ພາວະນາ​ໃຫ້​ໂລກ​ປາສະຈາກ​ສົງຄາມ, ການ​ນອງ​ເລືອດ ​ແລະ ມວນ​ມະນຸດ​ຈົ່ງ​ພ້ອມ​ກັນ​ດຳລົງ​ຊີວິດ​ໃນ​ທ່າມກາງ​ຄວາມ​ສັນ​ຕິ​ພາບ ​ແລະ ຄວາມ​ຮັກ​ແພງ​ຕໍ່​ກັນ. ກ່າວ​ຄຳ​ເຫັນ​ທີ່​ພິທີດັ່ງກ່າວ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີ​ນໂດ​ເນ​ເຊຍ Natalegawa ​ໄດ້​ຢືນຢັນ​ວ່າ ການ​ເຄ່ື່ອນ​ໄຫວ​ອາ​ໄລ​ຫາ​ນີ້ ​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້ ອີນໂດເນເຊຍ ແລະ ອົດສະຕາລີ ຢືນຢັນ​ຄື​ນຄຳ​ໝັ້ນ​ສັນຍາ​ພ້ອມ​ກັນ​ຕໍ່ສູ້​ຕ້ານ​ລັດທິ​ຫົວ​ຮຸນ​ແຮງດ້ວຍ​ທຸກໆ​ຮູບ​ແບບ​​ແນ​ໃສ່​ປັດ​ເຄ່ຍມັນ ອອກ​ຈາກສັງຄົມ.

ຂ່າວ/ບົດ​ອື່ນ