ລະບົບການສັກຢາກັນພະຍາດຢ່າງແຮງຊ່ວຍ ຫວຽດນາມ ມີຄວາມເຂັ້ມແຂງໃນສະພາບໂລກລະບາດໂຄວິດ - 19

(VOVWORLD) - ຫວຽດນາມ ໄດ້ສ້າງລະບົບການສັກຢາກັນພະຍາດຢ່າງແຮງ. ສາມາດສະໜອງ ວັກຊິນ ກັນໂຄວິດ-19 ສັກໃຫ້ແກ່ປະຊາຊົນຢ່າງປອດໄພ ແລະ ມີປະສິດທິຜົນ.
ລະບົບການສັກຢາກັນພະຍາດຢ່າງແຮງຊ່ວຍ ຫວຽດນາມ ມີຄວາມເຂັ້ມແຂງໃນສະພາບໂລກລະບາດໂຄວິດ - 19 - ảnh 1ທ່ານນາງ Rana Flowers, ຫົວໜ້າອົງການຜູ້ຕາງໜ້າ UNICEF (ພາບ: TTXVN)

ວັນທີ 19 ກໍລະກົດ, ເມື່ອກ່າວຄຳເຫັນກ່ຽວກັບກອງທຶນເຍົາວະຊົນ ສປຊ (UNICEF) ແລະ ອົງການອະນາໄມໂລກ (WHO) ປະກາດຂໍ້ມູນທາງການກ່ຽວກັບການສັກຢາໃຫ້ເດັກນ້ອຍ, ທ່ານນາງ Rana Flowers, ຫົວໜ້າອົງການຜູ້ຕາງໜ້າ UNICEF ປະຈຳ ຫວຽດນາມ ໄດ້ຢັ້ງຢືນວ່າ: ຫວຽດນາມ ໄດ້ສ້າງລະບົບການສັກຢາກັນພະຍາດຢ່າງແຮງ. ສາມາດສະໜອງ ວັກຊິນ ກັນໂຄວິດ-19 ສັກໃຫ້ແກ່ປະຊາຊົນຢ່າງປອດໄພ ແລະ ມີປະສິດທິຜົນ.

        ທ່ານນາງ Rana Flowers ໄດ້ຮຽກຮ້ອງໃຫ້ ຫວຽດນາມ ມານະພະຍາຍາມຫຼາຍກ່ວາອີກເພື່ອປະກອບສ່ວນບັນລຸໄດ້ອັດຕາການສັກຢາວັກຊິນທົ່ວໂລກ ແລະ ສະກັດກັ້ນສະພາບໂລກລະບາດໂຄວິດ  -19 ແຜ່ລະບາດຄືນໃໝ່. ສິ່ງດັ່ງກ່າວໄດ້ເນັ້ນໜັກເຖິງບົດບາດສຳຄັນໃນການສັກຢາວັກຊິນເພື່ອຮັກສາສຸຂະພາບໃຫ້ແກ່ເດັກນ້ອຍ, ຊາວໜຸ່ມເຍົາວະຊົນ, ຜູ້ໃຫຍ່ ແລະ ທົ່ວສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ