ລາຍການ ”ພັກນຳ ລະດູບານໃໝ່ມາ ໃຫ້ແກ່ພວກເຮົາ”

ລາຍການ ”ພັກນຳ ລະດູບານໃໝ່ມາ ໃຫ້ແກ່ພວກເຮົາ” - ảnh 1
ລາຍການສີລະປະໜຶ່ງໃນລາຍການ ”ພັກ​ນຳ​ລະດູບານ​ໃໝ່​ມາ​ໃຫ້​ແກ່​ພວກ​ເຮົາ”
(ພາບ: baomoi.com)

ເນື່ອງ​ໃນ​ໂອກາດ​ຕ້ອນຮັບ​ປີ​ໃໝ່ 2012, ສະ​ເຫຼີ​ມສະຫຼອງ 82 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ພັກ​ກອມ​ມູນິດ​ຫວຽດນາມ (ຄື​ວັນ​ທີ 3/2/1930 – 3/2/2012), ໜັງສືພິມ​ເອ​ເລັກ​ໂຕ​ນິກພັກ​ກອມ​ມູນິດ​ຫວຽດນາມ​ໄດ້​ຈັດ​ຕັ້ງ​ລາຍການ ”ພັກ​ນຳ​ລະດູບານ​ໃໝ່​ມາ​ໃຫ້​ແກ່​ພວກ​ເຮົາ”  ເມື່ອ​ຕອນ​ຄ່ຳວັນ​ທີ 29/1, ຢູ່​ທີ່​ຮ່າ​ໂນ້ຍ. ລາຍການ ”ພັກ​ນຳ​ລະດູບານ​ໃໝ່​ມາ​ໃຫ້​ແກ່​ພວກ​ເຮົາ”  ​ໄດ້​ຈັດ​ຕັ້ງ​ຢ່າງ​ສົ​ມ ກຽດ​ລວມມີ 3 ພາກ ດ້ວຍ​ບັນດາລາຍການ​ສິລະ​ປະ​ທີ່​ມີ​ສີສັນ​ພິ​ເສດ, ​ມີເນື້ອ​ໃນ​ສັນລະ​ເສີນ​ພັກ, ປະທານ​ໂຮ່ຈີ​ມິນ, ຊົມ​ເຊີຍ​ພັກ, ຊົມ​ເຊີຍປະ​ເທດ​ຊາດ​ປ່ຽນ​​ແປງໃໝ່​, ໂດຍ​ບັນດາ​ນັກ​ສິລະ​ປິນ, ນັກຮ້ອງຂອງ​ໂຮງ​ລະຄອນ​ສີ​ລະ​ປະ​ດົນຕີ​ຫວຽດນາມ​ເຂົ້າ​ຮ່ວມ​ການສະ​ແດງ. ”ພັກ​ນຳ​ລະດູບານ​ໃໝ່​ມາ​ໃຫ້​ແກ່​ພວກ​ເຮົາ”  ​ແມ່ນ​ລາຍການ​ຖືກ​ຈັດ​ຕັ້ງ​ປະຈຳ​ປີ​ຂອງ​ໜັງສືພິມ​ເອ​ເລັກ​ໂຕ​ນິກພັກ​ກອມູນິດ​ຫວຽດນາມ, ພ້ອມ​ກັບ​ບັນດາ​ລາຍການ​ສະ​ແດງສີ​ລະ​ປະ, ກໍ​ຍັງມີ​ການ​ມອບ​ຂອງຂວັນ​ໃຫ້​ແກ່​ພໍ່​ແມ່​ປະຊາຊົນ​ຜູ້​ທຸກ​ຍາກ, ຜູ້​ມີ​ຄຸນງາມຄວາມດີ ​ແລະ ອື່ນໆ.     

ຂ່າວ/ບົດ​ອື່ນ