ລາຍການກຸສົນຕອບບຸນແທນຄຸນຜູ້ທີ່ປົກປັກຮັກສາທະເລໝູ່ເກາະລຸ້ນຕ່າງໆ

ລາຍການກຸສົນຕອບບຸນແທນຄຸນຜູ້ທີ່ປົກປັກຮັກສາທະເລໝູ່ເກາະລຸ້ນຕ່າງໆ - ảnh 1
ພາບ​ປະ​ກອບ

(vovworld) - ວັນ​ທີ 18/10, ວາລະສານ​ກໍ່ສ້າງ​ພັກ ​ແລະ ​ແຂວງ​ກວາງ​ຫງາຍ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ລາຍການ​ກຸສົນ  “ຫົວ​ໃຈ​ທະ​ເລ​ໃນ​ເກາະ​ຫຼີ​ເຊີນ“ ​ເພື່ອ​ແນ​ໃສ່ຕອບ​ບຸນ​ແທນ​ຄຸນ​ຜູ້​ທີ່​ປົກ​ປັກ​ຮັກສາ​ທະ​ເລ​ໝູ່​ເກາະ​ລຸ້ນຕ່າງໆ. ລາຍການ​ລວມມີ​ການ​ເຄື່ອນ​ໄຫວ​ຕ່າງໆ​ເຊັ່ນ: ພິທີ​ພາວະນາ​ໃຫ້ “ປະ​ເທດ​​ມີ​ຄວາມສະຫງົບ​, ປະຊາຊົນ​ມີ​ຄວາມປອດ​ໄພ“ ຢູ່​ວັດ ຕື່ກວາງ, ຕາ​ແສງ​ອານ​ຫາຍ, ພິທີ​ລອຍກະ​ໂທ​ງ​ເພື່ອ​ຕອບ​ບຸນ​ແທນ​ຄຸນ​ບັນດາ​ວິລະ​ຊົນ, ນັກຮົບ​ທີ່​ໄດ້​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ… ​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ຈັດ​ຕັ້ງ​ໄດ້​ມອບ​ຂອງຂວັນ 336 ພູດ, ລວມ​ມູນ​ຄ່າ​ກວ່າ 300 ລ້ານ​ດົ່ງ​ໃຫ້​ບັນດາ​ຊາວ​ປະມົງ​ທີ່​ໄດ້​ຕິດ​ພັນ​ກັບ​ທະ​ເລ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ, ຄອບຄົວ​ນະ​ໂຍບາຍ, ​ເດັກ​ກຳພ້າ, ​ເດັກ​ພິການ.


ຂ່າວ/ບົດ​ອື່ນ