ລາຍການ​ຖ່າຍ​ທອດ​ສົດ​ທາງ​ໂທລະພາບ ຫວຽດນາມ ຈີນ ສອງປະເທດບ້ານ​ໃກ້​ເຮືອນ​ຄຽງ

ຕອນ​ຄໍ່າວັນ​ທີ 14/12 ລາຍການ​ຖ່າຍ​ທອດ​ສົດ​ທາງ​ໂທລະພາບ ພາຍ​ໃຕ້​ຫົວ​ຂໍ້​ວ່າ: ງານ​ພົບ​ປະ​ແລກປ່ຽນ ຫວຽດນາມ ຈີນ: ເຊິ່ງແມ່ນສອງປະເທດບ້ານ​ໃກ້​ເຮືອນ​ຄຽງ“ ​ໄດ້​ຖືກ​ຈັດ​ຂຶ້ນ​ຢູ່​ນະຄອນ ຮ່າ​ໂນ້ຍ  ​ແລະ ນະຄອນ​ຫນານ​ຫນິງຂອງ​ຈີນ. ຜ່ານ​ບັນດາ​ເລື່ອງ​ລາວທີ່​ສ້າງ​ຄວາມຕຶ້ນຕັນ​ໃຈ, ບັນດາ​ບົດ​ສາລະ​ຄະດີ​ສ່ອງ​ແສງ​ໃຫ້​ເຫັນ​ອາລົມ​ຈິດ​ຂອງ​ປະຊາຊົນ​ສອງ​ປະ​ເທດ ພ້ອມ​ກັບ​ລາຍການ​ສິລະ​ປະ​ທີ່​ເປັນ​ເອກະ​ລັກສະ​ເພາະ​ຂອງ​ສອງ​ປະ​ເທດ, ລາຍການ​ຖ່າຍ​ທອດ​ສົດ​ທາງ​ໂທລະ​ພາບໄດ້ສົ່ງ​ສານ​ທີ່​ວ່າ: ພ້ອມ​ກັນ​ສ້າງພື້ນຖານ​ສັນຕິພາບ ​ແລະ ພັດທະນາ​ຈະ​ເລີ​ນຮຸ່ງ​ເຮືອງລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ ​ແລະ ຈີນ. ປີ 1946, ຕາມ​ການ​ສະ​ເຫ​ນີຈາກ​ຝ່າຍ​ຈີນ, ຫວຽດນາມ ​ໄດ້​ສົ່ງ​ກອງ​ທະຫານ​ຈຳນວນ​ຫນຶ່ງ​ເຂົ້າ​ຮ່ວມ​ບັ້ນ​ຮົບ…ສື່ວານຕ້າຊານ ຕ້ານກອງທັບ ຈຽງ​ໄຄ​ເຊັກ ແລະ ບັນດານັກຮົບຫຮຸ່ມ ຫວຽດນາມ ໄດ້ປະກອບສ່ວນບໍ່ຫນ້ອຍເຂົ້າໃນໄຊຊະນະຂອງທະຫານປົດປ່ອຍຈີນ.

​ໃນ​ໄລຍະຕໍ່ຕ້ານ​ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ (1965 - 1969), ຊາວ​ຫນຸ່ມ​ຈີນ​ຫລາຍ​ຄົນ ​ໄດ້​ມາ​ຊ່ວຍ​ປະຊາຊົນ​ຫວຽດນາມ ກໍ່ສ້າງ​ຂົວ​ຢູ່ ​ແຂວງ ທ໋າຍງວຽນ, ຫາຍ​ຟ່ອງ. ​ປະຈຸ​ບັນ​ເຂົາ​ເຈົ້າ​ມີ​ອາຍຸ​ກວ່າ 70 ປີ ​ແລ້ວ, ​ແຕ່​ຍັງ​ຄົງ​ຮັກສາ​ບັນດາ​ອະນຸສອນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ໄລຍະຫນຶ່ງທີ່ມີຄວາມສະຫນິດ​ຕິດ​ພັນ​ກັບ​ຫວຽດນາມ. ​ເຂົ້າ​ຮ່ວມ​ລາຍການ​ດັ່ງກ່າວ, ລຸງ ເຊຍຮຸ່ງເວີຍ ນັກຮົບ​ເກົ່າ​ຈີນ ​ໄດ້​ຫວນ​ຄືນ​ຫລັງ​ໄລຍະຍັງ​ເປັນ​ຊາຍ​ຫນຸ່ມ​ປະຕິບັດ​ງານ​ຢູ່​ຫວຽດນາມ:

        “ ຂ້າພະ​ເຈົ້າ​ແມ່ນ​ນັກຮົບ​ເກົ່າ​ຈີນ ​ມີຄວາມ​ເປັນ​ກຽດ​​ຖືກສົ່ງ​​​ມາ​ຫວຽດນາມ ​ໃນ​ຊຸມ​ປີ 1965 ​ເພື່ອ​ຮຽງ​ບ່າ​ຮຽງ​ໄລ່​ພ້ອມກັບ​ປະຊາຊົນ​ຫວຽດນາມ ວິລະ​ຊົນ ພາຍ​ໃຕ້​ການ​ນຳພາ​ອັນສະຫລາດ​ສ່ອງໃສຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງຍາກ. ສຸດ​ທ້າ​ຍກໍ​ຕີ​ຊະນະ​ຈັກກະພັດ​ອາ​ເມ​ລິ​ກາ ​ແລະ ພວກ​ລູກ​ແຫລ້ງຕີນ​ມື. ​ເຖິງ​ວ່າ ຂ້າພະ​ເຈົ້າ​ແມ່ນ​ຊາວ​ຈີນ ​ແລະ​ ອອກ​ຈາກ​ຫວຽດນາມ​ກວ່າ 40 ປີ ​ແລ້ວ ​ແຕ່ ຍາມ​ໃດ​ ຫວຽດນາມ ກໍ​ຝັງ​ເລິກ​ໃນ​ດວງ​ໃຈ​ ຂ້າພະ​ເຈົ້າ​ຕະຫລອດໄປ. ຂ້າພະ​ເຈົ້າ​ຂໍ​ອວຍພອນ​ໃຫ້​ນ້ຳ​ໃຈ​ມິດຕະພາບ ລະ​ຫວ່າງ ຫວຽດນາມ ​ແລະ ຈີນ ໝັ້ນຄົງ​ຂະໜົງ​ແກ່ນ, ປະ​ເທດ​ຫວຽດນາມ ນັບ​ມື້​ນັບ​ພັດທະນາ.“

ຂ່າວ/ບົດ​ອື່ນ