ລາຍການພົບປະແລກປ່ຽນສິລະປະ “ອາໄລຫາບັນດາຊາວໜຸ່ມປະຈັນບານທີ່ເສຍສະຫຼະຊີວິດເພື່ອຊາດຢູ່ຈວງໂບ່ນ”

(VOVWORLD) - ຕອນຄ່ຳວັນທີ 24 ຕຸລາ, ຢູ່ໂຮງລະຄອນຂອງວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 58 ກ໊ວານຊື໊, ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ໄດ້ເຂົ້າຮ່ວມລາຍການພົບປະແລກປ່ຽນສະແດງສິລະປະ “ອາໄລຫາບັນດາຊາວໜຸ່ມປະຈັນບານທີ່ເສຍສະຫຼະຊີວິດເພື່ອຊາດຢູ່ຈວງໂບ່ນ”.
ລາຍການພົບປະແລກປ່ຽນສິລະປະ “ອາໄລຫາບັນດາຊາວໜຸ່ມປະຈັນບານທີ່ເສຍສະຫຼະຊີວິດເພື່ອຊາດຢູ່ຈວງໂບ່ນ” - ảnh 1 ພາບປະກອບ

 ລາຍການນີ້ໂດຍວິທະຍຸກະຈາຍສຽງ ຫວຽດນາມ ສົມທົບກັບໜັງສືິພິມ ຊີວິດ ແລະ ກົດໝາຍຈັດຕັ້ງເພື່ອລະນຶກເຖິງຊາວໜຸ່ມປະຈັນບານ 13 ຄົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ (ຍິງ 11 ຄົນ, ຊາຍ 2 ຄົນ) ຄົບຮອບ 50 ປີຂອງໝູ່ 2, ກອງຮ້ອຍ 317 ທີ່ເສຍສະຫຼະຊີວິດ (31/10/1968 – 31/10/2018), ຢູ່ຄ້ອຍ ຈວງໂບ່ນ, ຕາແສງ ໝີເຊີນ, ເມືອງ ໂດເລືອງ, ແຂວງ ເງະອານ, ເຊິ່ງເປັນສະຖານທີ່ມີຊື່ສຽງໂດ່ງດັງໃນການຕໍ່ສູ້ ກູ້ຊາດຕ້ານ ອາເມລິກາ ໃນແນວຮົບຄົມມະນາຄົມຂົນສົ່ງ. ເຂົາເຈົ້າເສຍສະຫຼະຊີວິດໃນເກນອາຍຸຍັງໜຸ່ມແໜ້ນ, ແຕ່ 18 – 22 ປີ, ເພື່ອຮັບປະກັນຄວາມປອດໄພໃຫ້ເສັ້ນທາງຂອງຂະບວນລົດລຳລຽງການຊ່ວຍໜູນໃຫ້ແກ່ສະໜາມຮົບພາກໃຕ້ໄດ້ເຄື່ອນໄຫວຕະຫຼອດ.

        ແມ່ຕູ້ ເຈິ່ນທິທົງ, ຫົວໜ້າໝູ່ 2, ກອງຮ້ອຍ 317, ເຊິ່ງເປັນຜູ້ໜຶ່ງດຽວທີ່ຍັງລອດຊີວິດມາໄດ້ພາຍຫຼັງບັ້ນຖິ້ມລະເບີດຂອງ ອາເມລິກາ ໄດ້ແບ່ງປັນວ່າ:

        “ຄວາມໄຝ່ຝັນໃນເມື່ອກ່ອນຂອງພວກຂ້າພະເຈົ້າແມ່ນ ເມື່ອສ້າງສັນຕິພາບ, ອາເມລິກາ ຢຸດຕິການຖິ້ມລະເບີດ, ພວກຂ້າພະເຈົ້າຫວັງວ່າຈະມີສຸຂະພາບເຂັ້ມແຂງເພື່ອຊ່ວຍເຫຼືອຄອບຄົວ, ເບິ່ງແຍງສຸຂະພາບຂອງພໍ່ແມ່, ບອກເຕືອນພວກນ້ອງໆ. ແຕ່ບັນດາຄວາມໄຝ່ຝັນນັ້ນບໍ່ສາມາດປະຕິບັດໄດ້, ຍິ່ງຄິດເຖິງບັນດາຄວາມໄຝ່ຝັນນັ້ນຍິ່ງຮູ້ສຶກເຈັບແຊບ ແລະ ຄິດຮອດຄິດເຖິງພວກເອື້ອຍນ້ອງເຮັດວຽກທັງເວັນ ແລະ ຄືນ ແຕ່ບໍ່ສາມາດມີຊີວິດໄດ້ໃນວັນທີ່ມີສັນຕິພາບ.”

        ກໍ່ໃນງານພົບປະແລກປ່ຽນຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການ ເຈືອງຮ່ວາບີ່ງ ຕາງໜ້າໃຫ້ຄະນະຈັດຕັ້ງໄດ້ມອບຂອງຂວັນສະແດງຄວາມຮູ້ບຸນຄຸນຄອບຄົວຂອງບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດໝູ່ 2, ກອງຮ້ອຍ 317 ຊາວໜຸ່ມປະຈັນບານຕ້ານ ອາເມລິກາ, ກູ້ຊາດແຂວງ ເງະອານ.

ຕອບກັບ

ຂ່າວ/ບົດ​ອື່ນ