ລາຍການສີສັນເຂດ Tay Bac

ລາຍການສີສັນເຂດ Tay Bac - ảnh 1
( ພາບປະກອບ )

( vovworld ) –   ລາຍການ “ ສີສັນ​​ເຂດ Tay Bac ” ຈະ​ຖືກດຳ​ເນີນ​​ໃນ​​ລະຫວ່າງ​ວັນ​ທີ 26 – 28/4/2012 ຢູ່​ສູນວາງສະ​ແດງ​ວັດທະນະທຳ​ສີ​ລະ​ປະ​ຫວຽດນາມ ທີ່​ນະຄອນຫຼວງ​ຮ່າ​ໂນ້ຍ. ທີ່​ການ​ປະຊຸມ​ຂ່າວ​ເມື່ອ​ຕອນ​ເຊົ້າ​ວັນ​ທີ 20/4 ຢູ່​ຮ່າ​ໂນ້ຍ, ຄະນະ​ຈັດ​ຕັ້ງ​ໃຫ້​ຮູ້​ວ່າ ຈະ​ມີ​ການ​ເຄື່ອນ​ໄຫວ​ໃຫຍ່ 3 ປະການ​ໃນລາ​ຍການ “ ສີສັນ​​ເຂດ Tay Bac ”. ງານ​ວາງສະ​ແດງ “ ​ຄວາມ​ເປັນເອກະລັກ​ສະ​ເພາະ​ວັດທະນະທຳ Tay Bac ” ​ໂຄສະນາ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງບັນດາ​ເຜົ່າຂອງ 6 ​ແຂວງ​ພູດ​ອຍທາງ​ທິດຕາ​ເວັນ​ຕົກ​ສຽງ​ເໜືອ ຜ່ານ​ຮູ​ຍຖ່າຍ, ຊຸດ​ອາພອນ, ​ເຄື່ອງ​ມື​​ຜະລິດຮັບ​ໃຊ້ດຳລົງ​ຊີວິດ, ບັນດາ​ເຄື່ອງດົນຕີ​ພື້ນ​ເມືອງາ ​ແລະ ງານ​ບຸນ​ປະ​ເພນີ. ທ່ານ​ນາງ Nguyen Thi Hoa, ຮອງ​ຜູ້ອຳນວຍການ​ສູນສະ​ແດງ​ວັດທະນະທຳ​ສີ​ລະ​ປະ​ຫວຽດນາມ, ຮອງ​ຫົວໜ້າຄະນະ​ປະຈຳ​ຄະນະ​ຈັດ​ຕັ້ງ​ລາຍການ“ ສີສັນ​ເຂດ Tay Bac ” ​ໃຫ້​ຮູ້​ວ່າ.

“ ພວກ​ຂ້າພະ​ເຈົ້າ​ຢາ​ກສົ່ງ​ສານເຖິງ​ປະ​ຊາ​ຊົນ​ນະຄອນຫຼວງ ຈົ່ງ​ມາ​ເຂດ​ພູ​ສູງ Tay Bac ​ແລະ Tay Bac ​ແມ່ນ​ຈຸດ​ນັດ​ພົບ​ທີ່ຈັບ​ໃຈ​ທີ່​ມີ​ຕໍ່​ປະຊາຊົນ​ທັງ​ຢູ່ພາຍ​ໃນ ​ແລະ ຕ່າງປະ​ເທດ. ຜ່ານ​ການ​ເຄື່ອນ​ໄຫວ​ວັດທະນະທຳ​ນີ້ບໍ່​ພຽງ​ແຕ່​ເພື່ອ​ອານຸລັກ​ຮັກສາ, ​ເສີມ​ຂະຫຍາຍ, ຮັກສາ​ວັດທະນະທຳ​ຂອງ Tay Bac ​ເທົ່າ​ນັ້ນ ຫາກ​ຍັງ​ໂຄສະນາ​ວັດທະນະທຳ, ການທ່ອງທ່ຽວ Tay Bac ​ອີກ​ດ້ວຍ, ​ເຮັດ​ແນວ​ໃດ​ເພື່ອ​ໃຫ້ Tay Bac ນັບ​ມື້​ນັບ​ມີ​ຊື່​ສຽງ​ຫຼາຍ​ຂຶ້ນ”.

ຂ່າວ/ບົດ​ອື່ນ