ລາຍການສະແດງສິລະປະ “ເພື່ອຄວາມໄຝ່ຝັນ“

ລາຍການສະແດງສິລະປະ “ເພື່ອຄວາມໄຝ່ຝັນ“ - ảnh 1
ເຖິງວ່າເດັກນ້ອຍຢູ່ໃນສະພາບການໃດກໍ່ຕ້ອງມີກາລະໂອກາດປະຕິບັດຄວາມໄຝ່ຝັນຂອງຕົນ
(ພາບປະກອບ)

(vovworld) - ຕອບ​ສະໜອງ “​ເດືອນ​ກະທຳ​ເພື່ອ​ເດັກນ້ອຍ 2014“, ​ສະມາຄົມ​ປົກ​ປ້ອງ​ສິດ​ຂອງ​ເດັກ​ຫວຽດນາມ, ສົມທົບ​ກັບ​ໂທລະພາບ​ຫວຽດນາມ ຈັດ​ຕັ້ງ​ ລາຍການ​ສະ​ແດງ​ສິລະ​ປະ “​ເພື່ອ​ຄວາມ​ໄຝ່ຝັນ“. ​ເພື່ອ​ແນ​ໃສ່​ຂົນຂວາຍ​ບັນດາ​ອົງການ​ຈັດ​ຕັ້ງ​ສັງຄົມ​ຮ່ວມ​ແຮງ​ຮ່ວມ​ໃຈ​ຊ່ວຍ​ເຫຼືອ​ເດັກນ້ອຍ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ມີ​ມານະ​ຈິດ​ຕື່ມ​ອີກ​ເພື່ອ​ບືນ​ຕົວ​ຂຶ້ນ, ສ້າງ​ເງື່ອນ​ໄຂ​ໃຫ້​ຄວາມ​ໄຝ່ຝັນ​ຂອງ​ພວກ​ນ້ອງ​ປະກົດ​ຜົນ​ເປັນ​ຈິງ. ​ໃນ​ລາຍການ​ສະ​ແດງ, ຄະນະ​ຈັດ​ຕັ້ງ​ໄດ້​ມອບ​ທຶນ​ສຶກສາ 38 ພູດ ​ໃຫ້​ນັກຮຽນ 38 ຄົນ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແຕ່​ໄດ້​ບືນ​ຕົວ​ຂຶ້ນ​ໃນ​ການ​ດຳລົງ​ຊີວິດ. ທ່ານ​ນາງ ​ເຈິ່ນທິ​ແທງ​ແທງ, ປະທານ​ສະມາຄົມ​ປົກ​ປັກ​ຮັກສາ​ສິດ​ຂອງ​ເດັກ​ຫວຽດນາມ, ​ໃຫ້​ຮູ້​ວ່າ, ພ້ອມ​ກັບ​ການ​ໜູນ​ຊ່ວຍ​ດ້ວຍ​ວັດຖຸ​ແລ້ວ, ລາຍການ​ຍັງ​ຈັດ​ຕັ້ງ​ການກວດ, ປິ່ນປົວ​ ​ແລະ ມອບ​ຢາ​ປົວພະຍາດ​ໃຫ້​ເດັກນ້ອຍ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢູ່​ບັນດາ​ແຂວງ​ພູດ​ອຍ, ​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ​ນັບ​ພັນ​ຄົນ.

ດ້ວຍ​ຄວາມ​ປາຖະໜາ​ຢາກ​ໃຫ້​ເດັກນ້ອຍທຸກ​ຄົນ, ​ເຖິງ​ວ່າ​ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຄື​ແນວ​ໃດ​ກໍ່​ລ້ວນ​ແຕ່​ມີ​ໂອກາດ​ເພື່ອ​ປະຕິບັດ​ຄວາມ​ໄຝ່ຝັນ, ຄວາມ​ມຸ້ງ​ມາດ​ປາດ​ຖະໜາ​ຂອງ​ຕົນ ສະມາຄົມ​ປົກ​ປັກ​ຮັກສາ​ສິດ​ຂອງ​ເດັກ​ຫວຽດນາມ ​ໄດ້​ຂົນຂວາຍ​ບັນດາ​ນັກ​ອຸປະຖຳ​ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ປະຊາ​ຄົມ​ດີ​ທີ່​ສຸດ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​ໃຫ້​ເດັກນ້ອຍ​ໄດ້​ດຳລົງ​ຊີວິດ​ໃນ​ຄວາມ​ຮັກ​ແພງ​ຂອງ​ທົ່ວ​ສັງຄົມ. ​​ເຖິງ​ວ່າທຶນ​ສຶກສານີ້​ບໍ່​ຫຼາຍ​ກໍ່ຕາມ, ​ແຕ່​ໄດ້​ເປັນ​ແຫຼ່ງປຸກລະດົມ​ກຳລັງ​ໃຈ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ຄວາມ​ຫວັງ ​ເພື່ອ​ໃຫ້​ພວກ​ນ້ອງ​ປະຕິບັດ​ຄວາມ​ໄຝ່ຝັນ​ດ້ວຍ​ຄວາມ​ສາມາດ​ຂອງ​ຕົນ “.

 

ຂ່າວ/ບົດ​ອື່ນ