ວົງການເຈົ້າໜ້າທີ່ເອີລົບຮຽກຮ້ອງການປະຕິບັດຂໍ້ຕົກລົງດ້ານການຄ້າອາເມລິກາ - ອີຢູ

(VOVWORLD) -ວັນທີ 26 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດເຢຍລະມັນ Heiko Maas ໄດ້ຊົມເຊີຍໝາກຜົນຂອງການພົບປະຜ່ານມາລະຫວ່າງທ່ານປະທານາທິບໍດີອາເມລິກາ Donald Trump ແລະ ທ່ານປະທານຄະນະກຳມະການເອີລົບ (EC) Jean Claude Juncker, ຢືນຢັນວ່າ ສິ່ງດັ່ງກ່າວໄດ້ພິສູດໃຫ້ເຫັນກຳລັງແຮງສາມັກຄີຂອງອີຢູ.

ວົງການເຈົ້າໜ້າທີ່ເອີລົບຮຽກຮ້ອງການປະຕິບັດຂໍ້ຕົກລົງດ້ານການຄ້າອາເມລິກາ - ອີຢູ - ảnh 1 ທ່ານປະທານາທິບໍດີອາເມລິກາ Donald Trump ແລະ

ທ່ານປະທານຄະນະກຳມະການເອີລົບ (EC) Jean Claude Juncker

(ພາບ:  EFE/ TTXVN)

ໃນສື່ສັງຄົມອອນລາຍ Twitter, ທ່ານລັດຖະມົນຕີການຕ່າງປະເທດ Maas ເນັ້ນໜັກວ່າ ໝາກຜົນດັ່ງກ່າວໄດ້ພິສຸດໃຫ້ເຫັນວ່າ ຖ້າຫາກຄວາມສາມັກຄີ, ສຽງເວົ້າຂອງອີຢູ ມີນ້ຳໜັກແມ່ນຍ້ອນກຸ່ມອາດຈະມີຄວາມເຊື່ອໝັ້ນຕົນເອງໃນການເຈລະຈາ ແລະ ມີຄວາມສະເໝີພາບ. ໃນຂະນະນັ້ນ, ທ່ານລັດຖະມົນຕີກະຊວງເສດຖະກິດເຢຍລະມັນ Peter Altmaier ໄດ້ຕີລາຄາແຜນການຂອງອາເມລິກາ - ອີຢູ ວ່າແມ່ນບາດກ້າວບຸກທະລຸຊ່ວຍຫຼີກລ້ຽງໄພເກີດສົງຄາມການຄ້າ ແລະ ປົກປັກຮັກສານັບລ້ານວຽກເຮັດງານທຳ.

        ບັນດາວິສາຫະກິດເຢຍລະມັນ ກໍຊົມເຊີຍແຜນການຂອງທ່ານປະທານາທິບໍດີອາເມລິກາ Donald Trump ແລະ ທ່ານປະທານຄະນະກຳມະການເອີລົບ Juncker ເພື່ອແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງດ້ານການຄ້າ, ແຕ່ກໍ່ເນັ້ນໜັກເຖິງຄຳວ່າ ເວົ້າຕ້ອງໄປຄຽງຄູ່ກັບການກະທຳ.

ຕອບກັບ

ຂ່າວ/ບົດ​ອື່ນ