ວົງຄະນາຍາດສາກົນສະແດງຄວາມວິຕົກວັງວົນຕໍ່ສະພາບການໃຊ້ຄວາມຮຸນແຮງຢູ່ເຂດ ກາຊາ

(VOVWORLD) - ກຸ່ມປະກອບອາວຸດ Jahad ຂອງ ປາແລດສະຕິນ ໄດ້ໂຕ້ຕອບດ້ວຍການຍິງລູກປືນໃຫຍ່ຢ່າງໜ້ອຍສຸດ 160 ລູກໄປຍັງ ອິດສະຣາແອນ. ລູກປືນໃຫຍ່ເກືອບທັງໝົດຖືກສະກັດກັ້ນ ແລະ ບໍ່ມີຄວາມເສຍຫາຍຫຼາຍ.
ວົງຄະນາຍາດສາກົນສະແດງຄວາມວິຕົກວັງວົນຕໍ່ສະພາບການໃຊ້ຄວາມຮຸນແຮງຢູ່ເຂດ ກາຊາ - ảnh 1(ພາບປະກອບຈາກ AFP/TTXVN)

ວັນທີ 6 ສິງຫາ, ສະຫະພາບເອີລົບ (EU) ໄດ້ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງລະງັບໃຈຢ່າງສູງສຸດ ໃນກະແສຟອງການໃຊ້ຄວາມຮຸນແຮງປິນຂັ້ນໄດທີ່ຮ້າຍແຮງທີ່ສຸດຢູ່ເຂດ ກາຊາ ຂອງປະເທດ ປາແລດສະຕິນ ນັບແຕ່ຫຼັງການປະທະກັນໃນປີກາຍນີ້. ທ່ານ Josep Borrell, ໂຄສົກຂອງຜູ້ຕາງໜ້າຂັ້ນສູງ EU ກ່ຽວກັບນະໂຍບາຍການຕ່າງປະເທດ ໄດ້ເນັ້ນໜັກວ່າ: ເຖິງວ່າ ອິດສະຣາແອນ ມີສິດປົກປ້ອງປະຊາຊົນຂອງຕົນກໍ່ຕາມ ແຕ່ສິດນັ້ນຄວນໄດ້ຮັບການປະຕິບັດແນວໃດ ເພື່ອຫຼີກລ້ຽງການປະທະກັນຖືກເປີດກ້ວາງກ່ວາອີກ, ຈະສົ່ງຜົນກະທົບເຖິງປະຊາຊົນຂອງສອງ 2 ຝ່າຍ ແລະ ຈະເພີ່ມທະວີຄວາມບາດເຈັບລົ້ມຕາຍ.

ຄຳຮຽກຮ້ອງດັ່ງກ່າວໄດ້ຍົກອອກມາໃນສະພາບການທີ່ ອິດສະຣາແອນ ໄດ້ດຳເນີນການບຸກໂຈມຕີທາງອາກາດໃສ່ເຂດ ກາຊາ ແຕ່ວັນທີ 5 ສິງຫາ, ມາຮອດປະຈຸບັນ, ຊື່ງໄດ້ເຮັດໃຫ້ຢ່າງໜ້ອຍສຸດມີຊາວ ປາແລດສະຕິນ 14 ຄົນຖືກເສຍຊີວິດ ແລະ 110 ຄົນຖືກບາດເຈັບ. ກຸ່ມປະກອບອາວຸດ Jahad ຂອງ ປາແລດສະຕິນ ໄດ້ໂຕ້ຕອບດ້ວຍການຍິງລູກປືນໃຫຍ່ຢ່າງໜ້ອຍສຸດ 160 ລູກໄປຍັງ ອິດສະຣາແອນ. ລູກປືນໃຫຍ່ເກືອບທັງໝົດຖືກສະກັດກັ້ນ ແລະ ບໍ່ມີຄວາມເສຍຫາຍຫຼາຍ.

ໃນເຫດການທີ່ກ່ຽວຂ້ອງ, ລັດເຊຍ ກໍ່ຮຽກຮ້ອງໃຫ້ບັນດາຝ່າຍຄວນລະງັບໃຈຢ່າງສູງສຸດ. ທ່ານນາຍົກລັດຖະມົນຕີ ປາກິດສະຖານ Shahbaz Sharif ກໍ່ກ່າວປະນາມການບຸກໂຈມຕີທາງອາກາດຂອງ ອິດສະຣາແອນ ໃສ່ເຂດ ກາຊາ ຢ່າງແຮງ. ໃນຂະນະນັ້ນ, ສປຊ ພ້ອມກັບ ອີຢິບ ແລະ ກາຕາ ພວມຍູ້ແຮງບັນດາຄວາມມານະພະຍາຍາມເປັນກາງເພື່ອແນໃສ່ຢຸດຕິການປະທະກັນນີ້ເຊັ່ນດຽວດັນ.

ຕອບກັບ

ຂ່າວ/ບົດ​ອື່ນ