ວົງເງິນການຄ້າລະຫວ່າງ ຈີນ ແລະ ບັນດາປະເທດ ເຂດແມ່ນ້ຳຂອງ ປີ 2022 ເຕີບໂຕຢ່າງແຮງ

(VOVWORLD) -ວົງເງິນການຄ້າລະຫວ່າງ ຈີນ ກັບ ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ ໃນປີ 2022 ບັນລຸກວ່າ 416 ຕື້ USD, ເພີ່ມຂຶ້ນ 5% ເມື່ອທຽບໃສ່ປີ 2021.
ວົງເງິນການຄ້າລະຫວ່າງ ຈີນ ແລະ ບັນດາປະເທດ ເຂດແມ່ນ້ຳຂອງ ປີ 2022 ເຕີບໂຕຢ່າງແຮງ - ảnh 1(ພາບປະກອບ: TTXVN)

        ວົງເງິນການຄ້າລະຫວ່າງ ຈີນ ແລະ ບັນດາປະເທດຢູ່ລຽບຕາມແມ່ນ້ຳຂອງ ບັນລຸການເຕີບໂຕແບບຍືນຍົງໃນປີ 2022 ໂດຍບໍ່ຫົວຊາຕໍ່ໂລກລະບາດໂຄວິດ-19 ແລະ ທ່າເຕີບໂຕທີ່ຊັກຊ້າຂອງພື້ນຖານເສດຖະກິດທົ່ວໂລກ. ຕາມສຳນັກຂ່າວສານ ຊິນຮົວ ແລ້ວ, ວົງເງິນການຄ້າລະຫວ່າງ ຈີນ ກັບ ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ ໃນປີ 2022 ບັນລຸກວ່າ 416 ຕື້ USD, ເພີ່ມຂຶ້ນ 5% ເມື່ອທຽບໃສ່ປີ 2021. ຕົວເລກດັ່ງກ່າວໄດ້ປະກາດທີ່ສັບປະດາຮ່ວມມື ແມ່ນ້ຳຂອງ - ລ້ານຊ້າງ 2023 (LMC), ຈັດຂຶ້ນຢູ່ ຄຸນໝິງ, ປະເທດ ຈີນ ໃນວັນທີ 23 ມິນາ. ການຮ່ວມມື ແມ່ນ້ຳຂອງ - ລ້ານຊ້າງ ແມ່ນພື້ນຖານການຮ່ວມມືເຂດອະນຸພາກພື້ນຮູບແບບໃໝ່, ໂດຍ ຈີນ ແລະ 5 ປະເທດຢູ່ລຽບຕາມແມ່ນ້ຳຂອງພ້ອມກັນລິເລີ່ມ ແລະ ສ້າງຂຶ້ນ, ເພື່ອແນໃສ່ເຮັດໃຫ້ການພົວພັນຮ່ວມມືມິດຕະພາບລະຫວ່າງ 6 ປະເທດເລິກເຊິ່ງຂຶ້ນຕື່ມ.

ຕອບກັບ

ຂ່າວ/ບົດ​ອື່ນ