ທ່ານ ເວືອງດິ່ງເຫ້ວ ເຮັດວຽກຢູ່ ອິດສະຣາແອນ
(ພາບ: vietnamnet.vn)
|
(vovworld) - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ອິດສະຣາແອນ ແຕ່ວັນທີ 28/6 – 2/7, ຄະນະປະຕິບັດງານຂອງຄະນະເສດຖະກິດສູນກາງໂດຍທ່ານ ເວືອງດິ່ງເຫ້ວ, ຫົວໜ້າຄະນະເສດຖະກິດສູນກາງ ເປັນຫົວໜ້າຄະນະໄດ້ເຮັດວຽກກັບທ່ານລັດຖະມົນຕີວ່າການເສດຖະກິດ ອິດສະຣາແອນ Aryeh Deri ໃນວັນທີ 28/6. ທ່ານ ເວືອງດິ່ງເຫ້ວ ເນັ້ນໜັກວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານກັບ ອິດສະຣາແອນ, ພິເສດແມ່ນໃນຂົງເຂດເສດຖະກິດ. ໃນສະພາບການວົງເງິນສົ່ງອອກ - ນຳເຂົ້າລະຫວ່າງ 2 ປະເທດປີ 2014 ໄດ້ລື່ນກາຍລະດັບ 1 ຕື້ USD, ທ່ານ ເວືອງດິ່ງເຫ້ວ ສະເໜີໃຫ້ 2 ຝ່າຍຕ້ອງມານະພະຍາຍາມຍົກວົງເງິນການຄ້າລະຫວ່າງ 2 ປະເທດຂຶ້ນ 2 ຕື້ USD ໃນປີ 2015 ແລະ ສູງກ່ວາໃນຊຸມປີຕໍ່ໄປ.
ສ່ວນທ່ານລັດຖະມົນຕີວ່າການເສດຖະກິດ ອິນສະຣາແອນ Aryeh Deri ເຊື່ອໝັ້ນວ່າ:ໝາກຜົນຂອງການຢ້ຽມຢາມຈະປະກອບສ່ວນຕັ້ງໜ້າເຂົ້າໃນການເພີ່ມທະວີການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ. ທ່ານລັດຖະມົນຕີ Aryeh Deri ສະເໜີໃຫ້ລັດຖະບານ 2 ປະເທດຄວນມີບັນດານະໂຍບາຍໜູນຊ່ວຍທີ່ຈຳເປັນເພື່ອຊຸກຍູ້ຮ່ວມມືກະສິກຳ, ພິເສດແມ່ນກ່ຽວກັບການຈົດທະບຽນຊັບສິນທາງປັນຍາ ແລະ ບັນດາກອງທຶນສຳລັບຂະແໜງກະສິກຳ.