ວັນທີ 1 ຂອງບຸນເຕັດ ໄດ້ຈັດຂຶ້ນຢ່າງຟົດຟື້ນຢູ່ຫຼາຍປະເທດໃນໂລກ

(VOVWORLD) - ປີນີ້ແມ່ນປີທຳອິດ ບຸນເຕັດ ໂດຍ ສປຊ ຮັບຮອງເອົາແມ່ນວັນພັກປະຈຳປີ ຂອງອົງການຈັດຕັ້ງໃຫຍ່ທີ່ສຸດທົ່ວໂລກນີ້. ພ້ອມກັບການຮັບຮອງຂອງສປຊ, ຈິດໃຈບຸນເຕັດ ສືບຕໍ່ໄດ້ຮັບການແຜ່ຂະຫຍາຍຢູ່ຫຼາຍເຂດພາກໃນທົ່ວໂລກ.



ວັນທີ 1 ຂອງບຸນເຕັດ ໄດ້ຈັດຂຶ້ນຢ່າງຟົດຟື້ນຢູ່ຫຼາຍປະເທດໃນໂລກ - ảnh 1ພາບປະກອບ:  Reuters

ຢູ່ບັນດາຖະໜົນຫົນທາງທີ່ເຕົ້າໂຮມຊາວອາຊີດຳລົງຊີວິດເປັນຈຳນວນຫຼາຍ ຢູ່ນະຄອນ Sydney, ອົດສະຕາລີ, ຕອນຄ່ຳວັນທີ 10 ກຸມພາ ໄດ້ດຳເນີນວັນບຸນໃຫຍ່ ດ້ວຍຫຼາຍການເຄື່ອນໄຫວວັດທະນະທຳສິລະປະຈາກການສະແດງດົນຕີຕະຫຼອດຮອດການຊ່ວງເຮືອມັງກອນ. ພົ້ນເດັ່ນກ່ວາໝູ່ແມ່ນການ ເຊີດສິງໂຕ ທີ່ຟົດຟື້ນມ່ວນຊື່ນ ດ້ວຍການດຶງດູດຄວາມສົນໃຈຈາກແຂກທ່ອງທ່ຽວເປັນຈຳນວນຫຼາຍເຊິ່ງມາທ່ຽວ Sydney ໃນໂອກາດນີ້.

ຢູ່ຈີນ, ໃນວັນທີ 1 ບຸນເຕັດ, ບັນດາການເຄື່ອນໄຫວສະແດງວັດທະນະທຳສິລະປະ ຂ່ຳນັບຮັບຕອນປີໃໝ່ ໄດ້ຮັບການຈັດຂຶ້ນຢ່າງໃຫຍ່ໂຕມະໂຫຖານ ກ່ວາເວລາໃດໝົດຢູ່ຫຼາຍທ້ອງຖິ່ນ. ຢູ່ຮົ່ງກົງ ໄດ້ດຳເນີນການເຊີດສິງໂຕ, ດ້ວຍການເຂົ້າຮ່ວມຂອງຫຼາຍນັກສິລະບິນສາກົນ ມາຈາກຫຼາຍປະເທດຄື: ຍີ່ປຸ່ນ,ສ.ເກົາຫຼີ, ເຢຍລະມັນ, ອາເມລິກາ ແລະ ໂຮນລັງ.

ຕອບກັບ

ຂ່າວ/ບົດ​ອື່ນ