ວັນ​ທີ 27 ມິ​ຖຸ​ນາ​ ຈະ​ຈັດ​ຕັ້ງ​ກອງ​ປະ​ຊຸມ “ຮ່າ​ໂນ້ຍ 2020 - ກາ​ນ​ຮ່ວມ​ມື​, ລົງ​ທຶນ ແລະ ພັດ​ທະ​ນາ”

(VOVWORLD) -ເພື່ອແນໃສ່ດຶງດູດແຫຼ່ງເງິນລົງທຶນທັງຢູ່ພາຍໃນ ແລະ ຕ່າງປະເທດ, ເປັນຕົ້ນແມ່ນແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI), ໃນວັນທີ 27 ມິຖຸນາຈະມາເຖິງ, ນະຄອນຮ່າໂນ້ຍຈະຈັດຕັ້ງ ກອງປະຊຸມ “ຮ່າໂນ້ຍ 2020 - ການຮ່ວມມື, ລົງທຶນ ແລະ ພັດທະນາ”. 

ກອງປະຊຸມມີສານຢັ້ງຢືນວ່າ ຮ່າໂນ້ຍແມ່ນຈຸດນັດພົບທີ່ມີຄວາມປອດໄພ, ສະຖຽນລະພາບໃຫ້ແກ່ການເລືອກເອົາຂອງບັນດານັກລົງທຶນ. ເພື່ອກະກຽມໃຫ້ແກ່ກອງປະຊຸມນີ້, ທາງນະຄອນຮ່າໂນ້ຍໄດ້ຊີ້ນຳບັນດາອົງການຕ້ອງມີຄວາມເອົາໃຈໃສຸ່ເຖິງການຮັບປະກັນລັກສະນະແທດຈິງ, ມີປະສິດທິຜົນ, ຄວາມປອດໄພ ແລະ ມີບັນດາມາດຕະການໃນການປ້ອງກັນສະກັດກັ້ນໂລກລະບາດ Covid – 19, ສ້າງລາຍການ, ແຜນການ ແລະ ຈັດຕັ້ງການຜັນຂະຫຍາຍປະຕິບັດການມອບຂໍ້ຕົກລົງແຜນນະໂຍບາຍກ່ຽວກັບລົງທຶນ, ຂໍ້ຕົກລົງດັດປັບແຜນນະໂຍບາຍລົງທຶນຂອງບັນດາໂຄງການລົງທຶນຢູ່ກອງປະຊຸມດັ່ງກ່າວ. ບັນດາຂັ້ນຕອນໃນການການກວດກາຢັ້ງຢືນ, ໃຫ້ສັດຕະຍາບັນແຜນນະໂຍບາຍການລົງທຶນຂອງບັນດາໂຄງການຕ້ອງຕິດພັນ ແລະ ປະຕິບັດຕາມກຳນົດທິດຂອງການສ້າງລະບອບລະບຽບການ, ນະໂຍບາຍໃຫ້ສົມບູນແບບ, ຍົກສູງຄູນນະພາບ, ປະສິດທິຜົນໃນການຮ່ວມມືລົງທຶນຕ່າງປະເທດ, ຮັບປະກັນການດຶງດູດທີ່ມີການຄັດເລືອກບັນດາໂຄງການເໝາະສົມກັບກຳນິດທິດສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ແລະ ເປົ້າໝາຍພັດທະນາແບບຍືນຍົງ, ຮັກສາສິ່ງແວດລ້ອມ, ຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອນ ແລະ ຄວາມປອດໄພທາງສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ