ວັນ​ທີ 31 ມີ​ນາ, ຈຳ​ນວນ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ຢູ່ ຫວຽດ​ນາມ ຫຼຸດ​ລົງ​ຍັງເຫຼືອ 80.838 ຄົນ

(VOVWORLD) - ວັນທີ 31 ມີນາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ 80.838  ຄົນ, ຫຼຸດລົງ 4.932 ຄົນ ເມື່ອທຽບໃສ່ກ່ອນໜ້ານີ້ໜຶ່ງວັນ. 
ວັນ​ທີ 31 ມີ​ນາ, ຈຳ​ນວນ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ຢູ່ ຫວຽດ​ນາມ ຫຼຸດ​ລົງ​ຍັງເຫຼືອ 80.838 ຄົນ - ảnh 1(ພາບປະກອບ: VOV)

ນັບແຕ່ເວລາ 16 ໂມງ ຂອງວັນທີ 30 ມີນາ ຫາເວລາ 16 ໂມງຂອງວັນທີ 31 ມີນາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ 80.838  ຄົນ, ຫຼຸດລົງ 4.932 ຄົນ ເມື່ອທຽບໃສ່ກ່ອນໜ້ານີ້ໜຶ່ງວັນ.

        ນັບແຕ່ເກີດພະຍາດມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອລວມທັງໝົດ 9.564.609 ຄົນ, ຢືນອັນດັບທີ 12/227 ປະເທດ ແລະ ເຂດແຄວ້ນ. ປັດຈຸບັນ, ຜູ້ໄດ້ຮັບການປິ່ນປົວຫາຍດີແມ່ນ 7.519.013 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ