ວັ​ນ​ທີ 8 ກັນ​ຍາ ແມ່ນ​ວັນ​ເຊີດ​ຊູ​ພາ​ສາ ຫວຽດ ໃນ​ໝູ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດ ຢ່າງ​ເປັນ​ທາງ​ການ

(VOVWORLD) -ວັນທີ 8 ກັນຍາ, ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບບາງຫົວໜ່ວຍຄູ່ຮ່ວມມື ຈັດພິທີປຸກລະດົມ “ວັນເຊີດຊູພາສາ ຫວຽດ ໃນປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ໄລຍະ 2023 – 2030”.

 ແຜນຮ່າງດັ່ງກ່າວໂດຍລັດຖະບານອະນຸມັດຜ່ານໃນວັນທີ 3 ສິງຫາ 2022 ຕົກລົງກັນເປັນເອກະພາບເອົາວັນທີ 8 ກັນຍາ ປະຈຳປີເປັນວັນເຊີດຊູພາສາ ຫວຽດ, ແນໃສ່ຍົກສູງສະຕິຄວາມຮັບຮູ້ຂອງປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດກ່ຽວກັບພາສາ ຫວຽດ, ເຊີດຊູຄວາມງາມ, ຄຸນຄ່າຂອງພາສາ ຫວຽດ ໃນປະຊາຄົມ ແລະ ເພື່ອນມິດສາກົນ. ກ່າວຄຳເຫັນໄຂພິທີ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມກວາງຮ້ຽວ, ປະທານຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດເນັ້ນໜັກວ່າ ການຮັກສາພາສາ ຫວຽດ ແມ່ນໜ້າທີ່ສຳຄັນ, ມີຄວາມໝາຍແທດຈິງ, ມີຄຸນຄ່າທາງດ້ານວິທະຍາສາດ ແລະ ວັດທະນະທຳມະນຸດຢ່າງເລິກເຊິ່ງ.

ວັ​ນ​ທີ 8 ກັນ​ຍາ ແມ່ນ​ວັນ​ເຊີດ​ຊູ​ພາ​ສາ ຫວຽດ ໃນ​ໝູ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດ ຢ່າງ​ເປັນ​ທາງ​ການ - ảnh 1ພິທີເຊັນບົດບັນທຶກຊ່ວຍຈຳ 3 ສະບັບ
ນັບແຕ່ປີ 2022, ບັນດາການເຄື່ອນໄຫວມຸ່ງໄປເຖິງວັນເຊີດຊູພາສາ ຫວຽດ ຈະໄດ້ຜັນຂະຫຍາຍໃນທັງປີ ແລະ ອາດຈະຈັດຂຶ້ນໃນໂອກາດວັນບຸນ, ສະເຫຼີມສະຫຼອງ, ວັນສຳຄັນໃຫຍ່ຂອງຊາດ. ໃນຂອບເຂດພິທີປຸກລະດົມກໍໄດ້ດຳເນີນພິທີເຊັນບົດບັນທຶກຊ່ວຍຈຳ 3 ສະບັບ ລະຫວ່າງຄະນະກຳມະການແຫ່ງລັດກ່ຽວກັບຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ ກັບມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ວັດທະນະທຳມະນຸດ, ສຳນັກພິມຈຳໜ່າຍການສຶກສາ ຫວຽດນາມ ແລະ ບໍລິສັດ Alpha Books.

ຕອບກັບ

ຂ່າວ/ບົດ​ອື່ນ