ວັນ​ບຸນ​ Startup ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ​ແຫ່ງ​ຊາດ 2021: ປ່ຽນ​ແປງ​ໃໝ່​ການ​ປະ​ດິດ​ຄິດ​ສ້າງ - ສ້າງ​ສາ​ອະ​ນາ​ຄົດ

(VOVWORLD) -ທ່ານຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ເຈິ່ນວັນຕຸງ ແລ້ວ, ປີ 2021, ໂລກລະບາດໂຄວິດ - 19 ດ້ວຍບັນດາການຜັນແປທີ່ສັບສົນ ໄດ້ເຮັດໃຫ້ເສັ້ນທາງ Startup ປະດິດຄິດສ້າງ ຍິ່ງຫຍຸ້ງຍາກກ່ວາອີກ.
ວັນ​ບຸນ​ Startup ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ​ແຫ່ງ​ຊາດ 2021: ປ່ຽນ​ແປງ​ໃໝ່​ການ​ປະ​ດິດ​ຄິດ​ສ້າງ - ສ້າງ​ສາ​ອະ​ນາ​ຄົດ - ảnh 1ບັນດາຜູ້ແທນເຂົ້າຮ່ວມ ພິທີປຸກລະດົມວັນບຸນ Startup ປ່ຽນແປງໃໝ່ປະດິດຄິດສ້າງ ແຫ່ງຊາດ TECHFEST ຫວຽດນາມ 2021 (ພາບ: hanoimoi.com.vn)

ວັນທີ 16 ກັນຍາ, ຢູ່ຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ, ກະຊວງການຕ່າງປະເທດ, ຄະນະກຳມະການປະຊາຊົນ ນະຄອນໂຮ່ຈີມິນ, ຫ້ອງການການຄ້າ ອຸດສາຫະກຳ ຫວຽດນາມ ສົມທົບກັນຈັດ ພິທີປຸກລະດົມວັນບຸນ Startup ປ່ຽນແປງໃໝ່ປະດິດຄິດສ້າງ ແຫ່ງຊາດ TECHFEST ຫວຽດນາມ 2021 ດ້ວຍຫົວຂໍ້ “ປ່ຽນແປງໃໝ່ປະດິດຄິດສ້າງ - ສ້າງສາອະນາຄົດ”. ດ້ວຍຫຼາຍກ່ວາ 50 ເຫດການທີ່ຈະໄດ້ຮັບການຈັດຂຶ້ນໃນຕະຫຼອດໄລຍະເວລາແຕ່ເດືອນກັນຍາ ຫາເດືອນທັນວາໃນທົ່ວປະເທດ, ວັນບຸນ  Startup ປ່ຽນແປງໃໝ່ປະດິດຄິດສ້າງ ແຫ່ງຊາດ TECHFEST ຫວຽດນາມ 2021 ຈະເຕົ້າໂຮມວິສາຫະກິດ Startup ປະດິດຄິດສ້າງ, ບັນດາຫົວໜ່ວຍໜູນຊ່ວຍ, ນັບໝຶ່ນແຫ່ງ, ນັກຊ່ຽວຊານ, ນັກລົງທຶນຢູ່ 16 ຂົງເຂດ ເຕັກໂນໂລຢີ, ບັນດາຂົງເຂດທີ່ກ່ຽວຂ້ອງເຖິງການ Startup ປະດິດຄິດສ້າງ ພາຍໃນປະເທດ ແລະ ສາກົນ.

ຕາມທ່ານຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ເຈິ່ນວັນຕຸງ ແລ້ວ, ປີ 2021, ໂລກລະບາດໂຄວິດ - 19 ດ້ວຍບັນດາການຜັນແປທີ່ສັບສົນ ໄດ້ເຮັດໃຫ້ເສັ້ນທາງ Startup ປະດິດຄິດສ້າງ ຍິ່ງຫຍຸ້ງຍາກກ່ວາອີກ. ທ່ານຮອງລັດຖະມົນຕີ ເຈິ່ນວັນຕຸງ ເນັ້ນໜັ້ກວ່າ:

ປີນີ້, ວັນບຸນ Startup ໄດ້ດຳເນີນໃນສະພາບການໂລກລະລາດໂຄວິດ - 19 ໄດ້ ແລະ ພວມກໍ່ຜົນສະທ້ອນຢ່າງແຮງຕໍ່ການເຄື່ອນໄຫວຂອງບັນດາວິສາຫະກິດເປັນຕົ້ນແມ່ນ ວິສາຫະກິດ Startup. ແຕ່ດ້ວຍສະພາບການຄືປັດຈຸບັນ, ພວກເຮົາໄດ້ ແລະ ພວມຄວບຄຸມໂລກລະບາດ, ນຳຊີວິດການເປັນຢູ່ກັບຄືນສະພາບການປົກກະຕິໃໝ່ ພວກຂ້າພະເຈົ້າປາດຖະໜາວ່າ ບັນດາວິສາຫະກິດ Startup ຈົ່ງເຂົ້າຮ່ວມ, ສະເໜີບັນດາຂໍ້ລິເລີ່ມ Startup ເພື່ອຊ່ວຍໃຫ້ພວກເຮົາຄວບຄຸມ ແລະ ຮ່ວມດຳລົງກັບ ໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ