ວັນບຸນມໍລະດົກວັດທະນະທຳທີ່ເປັນເອກະລັກສະເພາະປີ 2022 ຢູ່ແຂວງ ຢາລາຍ

(VOVWORLD) - ເຂົ້າຮ່ວມວັນບຸນມີບັນດາຄະນະສິລະປະກອນ, ຄະນະນັກສິປະປິນຂອງບັນດາຊົນເຜົ່າ ໄຕງວຽນ ແລະ ໄຕບັກ ທີ່ພວມດຳລົງຊີວິດໃນບໍລິເວນແຂວງ.
ວັນບຸນມໍລະດົກວັດທະນະທຳທີ່ເປັນເອກະລັກສະເພາະປີ 2022 ຢູ່ແຂວງ ຢາລາຍ - ảnh 1ການສະແດງສິລະປະທີ່ລາຍການ (ພາບ: VOV)

ວັນບຸນມໍລະດົກວັດທະນະທຳປີ 2022 ໄດ້ດຳເນີນເປັນເວລາ 2 ວັນ, ແຕ່ວັນທີ 5 ຫາ ວັນທີ 6 ພະຈິກ, ຢູ່ຫໍພິພິທະພັນແຂວງ ຢາລາຍ. ເຂົ້າຮ່ວມວັນບຸນມີບັນດາຄະນະສິລະປະກອນ, ຄະນະນັກສິປະປິນຂອງບັນດາຊົນເຜົ່າ ໄຕງວຽນ ແລະ ໄຕບັກ ທີ່ພວມດຳລົງຊີວິດໃນບໍລິເວນແຂວງ. ວັນບຸນໄດ້ດຳເນີນການເຄື່ອນໄຫວສິລະປະຫຼາຍຢ່າງຄື: ຟ້ອນຊວາງ, ວາດພາບບັນຍາກາດວັດທະນະທຳຄ້ອງ ໄຕງວຽນ; ສະແດງເຕັ້ນສາກ, ຟ້ອນແຊຂອງເຜົ່າເມື່ອງ... ບັນດານ້ອງນັກຮຽນຂອງໂຮງຮຽນມັດທະຍົມຕອນປາຍ ກິນນອນຊົນເຜົ່າແຂວງ ຢາລາຍ ສະແດງເຄື່ອງດົນຕີຊົນເຜົ່າ...

          ວັນບຸນມໍລະດົກປີ 2022 ແມ່ນການເຄື່ອນໄຫວມຸ່ງໄປເຖິງການອະນຸລັກຮັກສາ ແລະ ເສີມຂະຫຍາຍມໍລະດົກວັດທະນະທຳວົງຄະນະຍາດຂອງບັນດາຊົນເຜົ່າທີ່ພວມດຳລົງຊີວິດໃນບໍລິເວນແຂວງຢາລາຍ, ພ້ອມທັງໂຄສະນາພາບພົດຂອງເຂດດິນແດນ ແລະ ປະຊາຊົນ ຢາລາຍ, ປະກອບສ່ວນພັດທະນາການທ່ອງທ່ຽວຢູ່ທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ