ວັນເຮັດວຽກທີ2ຂອງກອງປະຊຸມກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດ
(ພາບປະກອບ: ອິນເຕີແນັດ)
(vovworld) - ໂດຍສືບຕໍ່ກອງປະຊຸມຄົບຄະນະຄັ້ງທີ 10 ຂອງກຳມາທິການກ່ຽວກັບບັນດາບັນຫາສັງຄົມຂອງສະພາແຫ່ງຊາດຢູ່ນະຄອນ ໂຮ່ຈິມິນ, ວັນທີ 14/4, ບັນດາສະມາຊິກໄດ້ຮັບຟັງທ່ານພົນໂທ ເລກຸ໋ຍເວື້ອງ, ລັດຖະມົນຕີຊ່ວຍວ່າການກະຊວງຕຳຫຼວດຫວຽດນາມ ລາຍງານໝາກຜົນແຫ່ງການປະຕິບັດໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການປ້ອງກັນ, ຕ້ານຢາເສບຕິດໄລຍະ 2011-2015. ຕາມ ທ່ານພົນໂທ ເລກຸ໋ຍເວື້ອງ ແລ້ວ, ໃນ 5 ຄາດໝາຍຕົ້ນຕໍຂອງໂຄງການດັ່ງກ່າວ, ນັ້ນມີ 2 ຄາດໝາຍທີ່ຍັງບໍ່ບັນລຸໄດ້, ນັ້ນແມ່ນການຫຼຸດຜ່ອນຜູ້ເສບຢາເສບຕິດ ແລະ ຫຼຸດຜ່ອນຈຳໜວນຕາແສງ, ເມືອງ, ເທດສະບານເມືອງທີ່ມີໄພຢາເສບຕິດ. ຕາມການຄາດຄະເນຈາກລັດຖະບານແລ້ວ, ໃນໄລຍະ 2016-2020, ໜ້າທີ່ການປ້ອງກັນ, ຕ້ານຢາເສບຕິດຈະໄດ້ຮັບການປະຕິບັດເປັນໂຄງການເປົ້າໝາຍ ແລະ ມອບໃຫ້ກະຊວງຕຳຫຼວດຮັບຜິດຊອບ.
ບັນດາສະມາຊິກກໍ່ຮັບຟັງກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ລາຍງານ ແລະ ປຶກສາຫາລື ກ່ຽວກັບການປະຕິບັດຄາດໝາຍແຫ່ງຊາດ; ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍປີ 2014; ກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ກອງທຶນປະກັນສັງຄົມປີ 2014.