ວັນໂລກປ້ອງກັນສະກັດກັ້ນພະຍາດວັນນະໂລກ 24/3: ຫວຽດນາມກ້າວໄປເຖິງລົບລ້າງພະຍາດວັນນະໂລກໃນປີ 2030

(VOVWORLD) -ວັນທີ 24 ມີນາ ຢູ່ ຮ່າໂນ້ຍ,  ໂຮງໝໍປອດສູນກາງ,ໂຄງການສະກັດກັ້ນພະຍາດວັນນະໂລກແຫ່ງຊາດໄດ້ຈັດຕັ້ງເຫດການຕອບສະຫນອງວັນໂລກປ້ອງກັນສະກັດກັ້ນວັນນະໂລກ ຄືວັນທີ 24 ມີນາປີ 2020, 
ວັນໂລກປ້ອງກັນສະກັດກັ້ນພະຍາດວັນນະໂລກ 24/3: ຫວຽດນາມກ້າວໄປເຖິງລົບລ້າງພະຍາດວັນນະໂລກໃນປີ 2030 - ảnh 1 (ພາບປະກອບ: TTXVN)

ສະຫລຸບການເຄື່ອນໄຫວປ້ອງກັນ ສະກັດກັ້ນພະຍາດວັນນະໂລກປີ 2019 ແລະ ຜັນຂະຫຍາຍແຜນການປີ 2020. ກ່າວຄຳເຫັນທີ່ເຫດການ, ທ່ານ ຫງວຽນເຈື່ອງເຊີນ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມສະເຫນີ:ໂຄງການສະກັດກັ້ນພະຍາດວັນນະໂລກແຫ່ງຊາດສະເຫນີ ກະຊວງສາທາລະນະສຸກ ກ່ຽວກັບຍຸດທະສາດໃຫ້ເໝາະສົມກັ ບໄລຍະໃຫມ່ ເພື່ອກຳນົດທິດປະຕິບັດໂຄງການສະກັດກັ້ນ ພະຍາດວັນນະໂລກແຫ່ງຊາດ ກ້າວໄປເຖິງລົບລ້າງພະຍາດດັ່ງກ່າວໃນປີ 2030. ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຊີ້ແຈ້ງວ່າ: ວຽກງານສື່ສານກ່ຽວກັບການປ້ອງກັນ ສະກັດກັ້ນວັນນະໂລກ ຕ້ອງມີບັນດາບາດກ້າວບຸກທະລຸກວ່າອີກ, ຂົນຂວາຍທຸກອຳນາດການປົກຄອງ, ທຸກຂັ້ນ ແລະວົງຄະນາຍາດ ເຂົ້າຮ່ວມ ເຮັດແນວໃດຕ້ອງກວດພົບຜູ້ຕິດພະຍາດດັ່ງກ່າວໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ