ວິສາຫະກິດ ອິດສະລາແອັນ ເອົາໃຈໃສ່ຍູ້ແຮງການນຳເຂົ້າສິນຄ້າຫລາຍປະເພດຂອງ ຫວຽດນາມ

(VOVWORLD) - ອົງການການຄ້າ ຫວຽດນາມ ປະຈຳ ອິດສະລາແອັນ ໃຫ້ຮູ້ວ່າ: ການແລກປ່ຽນດ້ານການຄ້າສອງສົ້ນລະຫວ່າງ ຫວຽດນາມ ແລະ ອິດສະລາແອັນ ໃນ 5 ເດືອນຕົ້ນປີ 2020 ບັນລຸ 649,4 ລ້ານ USD. 

ຕາມທ່ານ ເລທ໊າຍຮ່ວາ  ທູດການຄ້າ ຫວຽດນາມ ປະຈຳ ອິດສະລາແອັນ ແລ້ວ, ການຄ້ານຳເຂົ້າ-ສົ່ງອອກໄປຍັງ ອິດສະລາແອັນ ຫລຸດລົງເກືອບ 18% ເມື່ອທຽບໃສ່ໄລຍະດຽວກັນປີ 2019, ໃນຂະນະນັ້ນການນຳເຂົ້າຈາກຕະຫລາດ ອິດສະລາແອັນ ເພີ່ມຂຶ້ນ 419%.

ວິສາຫະກິດ ອິດສະລາແອັນ ເອົາໃຈໃສ່ຍູ້ແຮງການນຳເຂົ້າສິນຄ້າຫລາຍປະເພດຂອງ ຫວຽດນາມ - ảnh 1 (ພາບປະກອບ/TTXVN)

        ສິ່ງທີ່ເປັນໜ້າສົນໃຈແມ່ນໃນ 5 ເດືອນຕົ້ນປີນີ້, ການສົ່ງອອກປາທູນາໄປຍັງ ອິດສະລາແອັນ ບັນລຸກ່ວາ 11 ລ້ານ USD ແລະ ແມ່ນໜຶ່ງໃນ 10 ຕະຫລາດນຳເຂົ້າປາທູນາແຖວໜ້າຂອງ ຫວຽດນາມ. ທ່ານ ເລທ໊າຍຮ່ວມ ໃຫ້ຮູ້ຕື່ມອີກວ່າ ວິສາຫະກິດ ອິດສະລາແອັນບາງແຫ່ງ ມີຄວາມສົນໃຈຕໍ່ສິນຄ້າປາ, ສະບຽບອາຫານສຳເລັດຮູບ, ເຄື່ອງຕ່ຳແຜ່ນຕັດຫຍິບ ແລະ ພວມພົວພັນແລກປ່ຽນກັບບັນດາບໍລິສັດ ຫວຽດນາມ ເພື່ອສືບຕໍ່ຍູ້ແຮງການນຳເຂົ້າບັນດາປະເພດສິນຄ້າດັ່ງກ່າວເຂົ້າ ອິດສະລາແອັນ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ