ວິສາຫະກິດຝະລັ່ງຊີ້ແຈ້ງເຖິງຄວາມດູດດື່ມຂອງເສດຖະກິດຫວຽດນາມ


ວິສາຫະກິດຝະລັ່ງຊີ້ແຈ້ງເຖິງຄວາມດູດດື່ມຂອງເສດຖະກິດຫວຽດນາມ  - ảnh 1
ເວ​ທີ​ປາ​ໄສ​ເສດ​ຖະ​ກິດ “ ຫວຽດ​ນາມ-ມັງ​ກອນ​ໃໝ່​ຢູ່​ອາ​ຊີ”

(vovworld)-  ດ້ວຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ດຳ​ເນີນ​ໃນ​ມື້​ດຽວ ລວ​ມ​ມີ​ເວ​ທີ​ປາ​ໄສ, ກອງ​ປະ​ຊຸມ​ສຳ​ມະ​ນາ​ຫົວ​ເລື່ອງ, ການ​ພົບ​ປະ​ລະ​ຫວ່າງ​ບັນ​ດາ​ວິ​ສາ​ຫະ​ກິດ, ໂຄ​ສະ​ນາ​ຜະ​ລິດ​ຕະ​ພັນ​ກະ​ເສດ​ຫວຽດ​ນາມ, ເວ​ທີ​ປາ​ໄສ​ເສດ​ຖະ​ກິດ “ ຫວຽດ​ນາມ-ມັງ​ກອນ​ໃໝ່​ຢູ່​ອາ​ຊີ” ໄດ້​ຖືກ​ດຳ​ເນີນ​ໃນ​ວັນ​ທີ 25/3 ຢູ່​ປາ​ຣີ, ອັນ​ໄດ້​ດຶງ​ດູດ​ວິ​ສາ​ຫະ​ກິດກວ່າ 200 ແຫ່ງ​ຂອງ​ຫວຽດ​ນາມ ແລະ ຝະ​ລັງ່​ເຂົ້າ​ຮ່ວມ. ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊ​ວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ ວູ້​ຮີ​ຮ່​ວາງ ເນັ້ນ​ໜັກ​ວ່າ :

     “ ຜ່ານ​ການ​ແນະ​ນຳ​ຂອງ​ບັນ​ດາ​ຜູ້​ບັນ​ລະ​ຍາຍ​ຫວຽດ​ນາມ, 2 ຝ່າຍ​ໄດ້​ເປັນ​ເອ​ກະ​ພາບ​ກັນ​ຮັບ​ຮູ້​ວ່າ ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຢ່າງ​ໃຫຍ່ຫຼວງນີ້ຈະ​ປະ​ກົດ​ຜົນ​ເປັນ​ຈິງ​ຂະ​ນະ​ທີ່ FTA ໄດ້​ຮັບ​ການລົງ​ນາມ ແລະ ໃຫ້​ສັດ​ຕະ​ຍາ​ບັນ. ບັນ​ດາ​ຮູບ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ 2 ຝ່າຍ​ແມ່ນ​ອຸ​ດົມ​ສົມ​ບູນ ແລະ ໃນ​ບັນ​ດາ​ເຫດ​ການ​ເຊັ່ນ​ນັ້ນ, ບົດ​ບາດ​ຂອງ​ບັນ​ດາ​ອົງ​ການ​ສຳ​ນັກ​ງານ​ແຫ່ງ​ລັດ​ແມ່ນ​ສຳ​ຄັນ​ທີ່​ສຸດ. ພວກ​ຂ້າ​ພະ​ເຈົ້າ​ຖື​ວ່າ ວິ​ທີ​ການ​ປະ​ຕິ​ບັດ​ເຊັ່ນ​ນີ້, ດ້ວຍ​ການ​ປົກ​ປ້ອງ​ຂອງ​ບັນ​ດາ​ອົງ​ການ​ສຳ​ນັກ​ງານ​ແຫ່ງ​ລັດນັ້ນ, ຄວາມ​ເຊື່ອ​ໝັ້ນ​ຂອງ​ປະ​ຊາ​ຄົມ 2 ຝ່າຍ​ຈະ​ສູງກວ່າ, ສ້າງປະ​ສິດ​ທິ​ຜົນ​ການ​ຮ່ວມ​ມື​ທີ່​ດີກວ່າ ”

 

 

ຂ່າວ/ບົດ​ອື່ນ