ວາ​ລະ​ສານ Time ຂອງ​ ອາ​ເມ​ລິ​ກາ ປະ​ກາດ​ບັນ​ຊີ​ລາຍ​ຊື່ 100 ບຸກຄົນທີ່​ມີ​ຜົນ​ສະ​ທ້ອນຫຼາຍ​ທີ່ສຸດໃນ ໂລກ ປີ 2020

(VOVWORLD) -  ວັນທີ 23 ກັນຍາ, ວາລະສານ Time ຂອງ ອາເມລິກາ ໄດ້ປະກາດບັນຊີລາຍຊື່ 100 ບຸກຄົນ ທີ່ມີຜົນສະທ້ອນທີ່ສຸດໃນໂລກ ປີ 2020 ໂດຍໄດ້ຈັດຕາມກຸ່ມ: ຜູ້ປະຈັນບານ, ນັກສິລະປິນ, ການນຳ, ຜູ້ມີຜົນງານດີເລີດ, ມີອິດທິຜົນຊື່ສຽງ ແລະ ຜູ້ທີ່ໄດ້ຮັບຄວາມນິຍົມນັບຖື.
ວາ​ລະ​ສານ Time ຂອງ​ ອາ​ເມ​ລິ​ກາ ປະ​ກາດ​ບັນ​ຊີ​ລາຍ​ຊື່ 100 ບຸກຄົນທີ່​ມີ​ຜົນ​ສະ​ທ້ອນຫຼາຍ​ທີ່ສຸດໃນ ໂລກ ປີ 2020 - ảnh 1ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ:  Reuters)

      ໃນກຸ່ມ “ການນຳ” ປີນີ້ ໄດ້ລະບຸຊື່ບຸກຄົນທີ່ມີຊື່ສຽງໃນເວທີການເມືອງໂລກຄື ທ່ານປະທານາທິບໍດີ ອາເມລິກາ Donald Trump, ທ່ານປະທານປະເທດ ຈີນ ສີຈິ້ນຜິງ, ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel, ທ່ານປະທານາທິບໍດີ Brazil Jair Bolsonaro, ທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi, ທ່ານນາງ ປະທານຄະນະກຳມະການເອີຣົບ Ursula von der Leyen…

        ຜູ້ທີ່ເດັ່ນທີ່ສຸດໃນບັນຊີ “ຜູ້ປະຈັນບານ” ແມ່ນນັກວິທະຍາສາດຊາວ ຈີນ ໂດຍມີຊື່ວ່າ ຈາງຢຸງເຈິນ ເຊິ່ງເປັນນັກວິທະຍາສາດຄົນທຳອິດໃນໂລກ ທີ່ສ້າງແຜນທີ່ໂຄງສ້າງ ແຢນ ກ່ຽວກັບເຊື້ອໄວຣັດ SARS – CoV – 2 ພ້ອມກັບເພື່ອນຮ່ວມງານຂອງຕົນເມື່ອເດືອນ ມັງກອນ ຜ່ານມາ.

        ສ່ວນໃນບັນຊີລາຍຊື່ ຜູ້ຄົນທີ່ໄດ້ຮັບຄວາມນິຍົມນັບຖືຫຼາຍທີ່ສຸດ ໂດຍ ວາລະສານ Time ຄັດເລືອກນັ້ນ ລວມມີຜູ້ຄົນທີ່ກໍ່ຕັ້ງຂະບວນການ Black Lives Matter (ແປວ່າ: ສິດໄດ້ດຳລົງຊີວິດສຳລັບຄົນຜິວດຳ), ນັກເຄື່ອນໄຫວມະນຸດສະທຳ Angela Davis, ນັກກິລາ Tennis Naomi Osaka…


ຕອບກັບ

ຂ່າວ/ບົດ​ອື່ນ