ວາລະສານກອມມູນິດ ຈັດຕັ້ງການປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນ ປີ 1992 ສະບັບປັບປຸງ

ວາລະສານກອມມູນິດ ຈັດຕັ້ງການປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນ ປີ 1992 ສະບັບປັບປຸງ - ảnh 1
ພາບປະກອບ

(vovworld) – ຕອນ​ເຊົ້າ​ວັນ​ທີ 9/3, ຢູ່​ນະຄອນ​ໂຮ​ຈີ​ມິ​ນ, ວາລະສານ​ກອມ​ມູນິດ ​ໄດ້​ສົມທົບ​ກັບ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ ນະ​ຄອນ​ໂຮ່ຈີ​ມິນ ​ຈັດ​ຕັ້ງ​ການ​ໂອ້​ລົມ​ສົນທະນາ​ວິທະຍາສາດ​ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ສະມາຊິກ ສະພາ​ແຫ່ງ​ຊາດ ​ເຂດ​ເລືອກ​ຕັ້ງນະຄອນ​ໂຮ່ຈີ​ມິ​ນ, ບັນດາ​ນັກວິທະຍາສາດ, ນັກ​ຄົ້ນ​ຄ້ວາ ພ້ອມ​ກັບ​ຄູ​ອາຈານ​ຂອງ​ບັນດາ​ມະຫາວິທະຍາ​ໄລ​ທີ່​ຂຶ້ນ​ກັບ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ ນະ​ຄອນ​ໂຮ່ຈີ​ມິນ. ທີ່​ການໂອ້​ລົມ​ສົນທະນາ, ບົດ​ທາ​ບທາມ​ຄວາມ​ເຫັນ​ກ່ວາ 50 ບົດ ​ແລະ​ຫຼາຍ​ຄຳ​ເຫັນ​ໄດ້​ເຕື້ອງ​ເຖິງ​ລະບອບ​ບັນຍັດ​ແຫ່ງລັດ, ບົດບາດ, ໜ້າ​ທີ່​ຂອງ​ກອງທັບ​ປະຊາຊົນ ຫວຽດນາມ, ຕຳຫຼວດ​ປະຊາຊົນ ຫວຽດນາມ, ກ່ຽວກັບ​ບັນດາ​ພາກສ່ວນ​ເສດຖະກິດ, ບົດບາດ​ຂອງ​ບັນດາ​ພາກສ່ວນ​ເສດຖະກິດ, ຄວາມ​ຮັບ​ຜິດ​ຊອບ​ໜ້າ​ທີ່​ຂອງ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ.

ຂ່າວ/ບົດ​ອື່ນ