ວຽກງານປ້ອງກັນ ແລະ ຕ້ານໄພທຳມະຊາດຕ້ອງມີການເຂົ້າຮ່ວມຂອງທັງລະບົບການເມືອງ

ວຽກງານປ້ອງກັນ ແລະ ຕ້ານໄພທຳມະຊາດຕ້ອງມີການເຂົ້າຮ່ວມຂອງທັງລະບົບການເມືອງ - ảnh 1
ກອງ​ປະ​ຊຸມ​ສະຫຼຸບ​ວຽກ​ງານ​ການ​ປ້ອງ​ກັນ ແລະ ຕ້ານ​ໄພ​ທຳ​ມະ​ຊາດ ແລະ ຊອກ​ຫາ​ກູ້​ໄພ​ກູ້​ຊີບ​ປີ 2016, ຜັນ​ຂະ​ຫຍາຍ​ໜ້າ​ທີ່ປີ 2017

(vovworld)- ຕອນ​ບ່າຍ​ວັນ​ທີ 17/4, ຢູ່​ຮ່າ​ໂນ້ຍ, ໄດ້​ດຳ​ເນີນກອງ​ປະ​ຊຸມ​ສະຫຼຸບ​ວຽກ​ງານ​ການ​ປ້ອງ​ກັນ ແລະ ຕ້ານ​ໄພ​ທຳ​ມະ​ຊາດ ແລະ ຊອກ​ຫາ​ກູ້​ໄພ​ກູ້​ຊີບ​ປີ 2016, ຜັນ​ຂະ​ຫຍາຍ​ໜ້າ​ທີ່ປີ 2017. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈິ້ງ​ດິງ​ຢຸງ ໄດ້​ເຂົ້າຮ່ວມ. ກ່າວ​ຄຳ​ເຫັນ​ຊີ້​ນຳກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ໄດ້​ຮຽກ​ຮ້ອງ​ໃຫ້​ຍົກ​ສູງ​ຄຸນ​ນະ​ພາບ​ການ​ພະ​ຍາ​ກອນ, ສົມ​ທົບ​ການ​ຮ່ວມ​ມືສາ​ກົນ​ເພື່ອ​ຍົກ​ສູງ​ຄວາມ​ສາ​ມາດ​ດ້ານ​ພະ​ຍາ​ກອນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ຊວນ​ຟຸກ ເນັ້ນ​ໜັກ​ວ່າ ວຽກ​ງານ​ປ້ອງ​ກັນ ແລະ ຕ້ານ​ໄພ​ທຳ​ມະ​ຊາດ​ຕ້ອງ​ມີ​ການ​ເຂົ້າ​ຮ່ວມຂອງ​ທັງ​ລະ​ບົບ​ການ​ເມືອງ, ຂອງ​ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ. ພ້ອມ​ກັນ​ນັ້ນ ກໍ​ສ້າງ​ກົນ​ໄກ​ນະ​ໂຍ​ບາຍ ແລະ ລະ​ບົບ​ເອ​ກະ​ສານ​ນິ​ຕິ​ກຳ​ກ່ຽວ​ກັບ​ປ້ອງ​ກັນ ແລະ ຕ້ານ​ໄພ​ທຳ​ມະ​ຊາດໃຫ້​ສົ​ມບູນ​ແບບ, ສອດ​ຄ່ອງ​ກັບ​ຄຳ​ໝັ້ນ​ສັນ​ຍາ ແລະ ກົດ​ໝາຍ​ສາ​ກົນ.

ຕອບກັບ

ຂ່າວ/ບົດ​ອື່ນ