ສຸຂະພາບຂອງເດັກນ້ອຍ ອິນໂດເນເຊຍ ກ່ວາ 10 ລ້ານຄົນຖືກຜົນສະທ້ອນຈາກຄວັນຂີໄຟໄໝ້ປ່າ

(VOVWORLD) - ວັນທີ 25 ກັນຍາ, ອົງການສະຫະປະຊາຊາດກອງທຶນສຳລັບເດັກ (Unicef) ໄດ້ເນັ້ນໜັກວ່າ ຄວັນໄຟໄໝ້ປ່າທີ່ເກີດຂຶ້ນຢູ່ ອິນໂດເນເຊຍ ໄດ້ສົ່ງຜົນສະທ້ອນຕໍ່ສຸຂະພາບຂອງເດັກນ້ອຍ ອິນໂດເນເຊຍ ທີ່ມີອາຍຸຕ່ຳກ່ວາ 18 ປີລົງມາໝາຍກ່ວາ 10 ລ້ານຄົນ.
ສຸຂະພາບຂອງເດັກນ້ອຍ ອິນໂດເນເຊຍ ກ່ວາ 10 ລ້ານຄົນຖືກຜົນສະທ້ອນຈາກຄວັນຂີໄຟໄໝ້ປ່າ - ảnh 1 ສຸຂະພາບຂອງເດັກນ້ອຍ ອິນໂດເນເຊຍ ກ່ວາ 10 ລ້ານຄົນຖືກຜົນສະທ້ອນຈາກຄວັນຂີໄຟໄໝ້ປ່າ (ພາບ: Joss.id.)

        ຕາມຕົວເລກສະຖິຕິຂອງ UNICEF ແລ້ວ, ໃນຈຳນວນເດັກນ້ອຍ 10 ລ້ານເດັກຖືກຜົນສະທ້ອນຕໍ່ສຸຂະພາບຢູ່ ອິນໂດເນເຊຍ ນັ້ນ, ມີເດັກ 2,4 ລ້ານຄົນພວມຢູ່ໃນເກັນອາຍຸຫາກໍ່ຍ່າງໄດ້ ພວມດຳລົງຊີວິດຢູ່ບັນດາເຂດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຂອງເຫດໄຟໄໝ້ປ່າ. ທ່ານນາງ Debora Comini ຜູ້ຕາງໜ້າ UNICEF ໃຫ້ຮູ້ວ່າ: ທຸກປີ “ເດັກນ້ອຍຢູ່ ອິນໂດເນເຊຍ ນັບຫລາຍລ້ານຄົນຕ້ອງສູບເອົາອາກາດເປັນພິດ , ສົ່ງຜົນສະທ້ອນຕໍ່ສຸຂະພາບ, ກໍ່ຜົນສະທ້ອນຕໍ່ຮ່າງກາຍ ສະຕິຄວາມຮັບຮູ້ໃນຕະຫລອດຊີວິດ”.

        ອົງການສະຫະປະຊາຊາດກອງທຶນສຳລັບເດັກກໍ່ກ່າວເຕືອນວ່າ ມົນລະພິດອາກາດ ອາດຈະສົ່ງຜົນສະທ້ອນຕໍ່ເດັກນ້ອຍຢູ່ໃນທ້ອງແມ່. ອົງການ UNICEF ກໍ່ສະເໜີໃຫ້ລັດຖະບານ ອິນໂດເນເຊຍ ຄວນຮ່ວມມືຢ່າງແໜ້ນແຟ້ນກັບບັນດາຝ່າຍທີ່ກ່ຽວຂ້ອງ ເພື່ອສະກັດກັ້ນຄວັນໄຟ ແລະ ຍົກຍ້າຍແມ່ ແລະ ເດັກນ້ອຍໄປສູ່ບ່ອນປອດໄພ.

ຕອບກັບ

ຂ່າວ/ບົດ​ອື່ນ