ສິງກະໂປຊົມເຊີຍພົນລະເມືອງຫວຽດນາມມາທ່ອງທ່ຽວ

ສິງກະໂປຊົມເຊີຍພົນລະເມືອງຫວຽດນາມມາທ່ອງທ່ຽວ - ảnh 1
ສະໜາມ​ບິນ Changi ​
(ພາບ: AFP)


​​(vovworld) - ວັນ​ທີ 24/07, ຜູ້ຕາງໜ້າ​ສະຖານທູດ​ຫວຽດນາມ ປະຈຳ​ສິງກະ​​ໂປ ​ໄດ້​ສືບ​ຕໍ່​ເຮັດ​ວຽກ​ກັບ​ການ​ນຳ​ຂັ້ນ​ສູງ​ອົງກາ​ນຄຸ້ມຄອງດ່ານ​ຊາຍ​ແດນ ​ແລະ ​ແຈ້ງ​ເຂົ້າ​ເມືອງ​ສິງກະ​​​ໂປ (ICA) ​ແລະ ສະ​ເໜີ​ໃຫ້ການ​ນຳດ່ານ​ຊາຍ​ແດນຢູ່​ສະໜາມ​ບິນ Changi ​ເຮັດ​ແຈ້ງ​ບາງ​ຂ່າວ​ຄາວ​ທີ່​ວ່າ ມີ​ພົນລະ​ເມືອງຫວຽດນາມ ​ຈຳນວນ​ໜຶ່ງຖືກ​ປະຕິ​ເສດ​ເຂົ້າ​ເມືອງ​ສິງ​ກະ​ໂປ. ຕາມ​ທ່ານ​ນາງ ຫງວຽນ​ມິ​ງຮັ່ງ, ທີ່​ປຶກສາສະຖານທູດ​ຫວຽດນາມ ປະຈຳ​ສິງກະ​ໂປ ​ແລ້ວ, ຝ່າຍ ICA ຢືນຢັນ​ນະ​ໂຍບາຍ​ຂອງ​ສິງກະ​​ໂປ ​ແມ່ນ​ຊົມ​ເຊີຍ​ພົນ​ລະ​ເມືອງ​ບັນດາ​ປະ​ເທດ, ​ໃນ​ນັ້ນ​ມີ​ພົນລະ​ເມືອງ​ຫວຽດນາມ ​ມາ​ທ່ອງ​ທ່ຽວ​ຢູ່​ສິງກະ​ໂປ. ສິງ​ກະ​ໂປ ບໍ່​ນຳ​ໃຊ້​ບໍ່​ວ່າ​ຮູບການໃດ ຫຼືື ມາດ​ຕະການ​ຈຳ​ແນກປະພຶດ​ຕໍ່ໃດສຳລັບ​ພົນ​ລະ​ເມືອງ​ຫວຽດນາມ.

        ຜູ້ຕາງ​ນ້າ​ສະຖານທູດ​ຫວຽດນາມ ​ໄດ້​ສະ​ເໜີ​ໃຫ້ ICA ໜູນ​ຊ່ວຍ ​ແລະ ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ ​ເພື່ອ​ໃຫ້​ພົນລະ​ເມືອງ​ຫວຽດນາມ ເຂົ້າ​ເມືອງ​ສິງກະ​​ໂປ ຢ່າງ​ວ​່ອງ​ໄວ ​ແລະ ສະ​ດວກ, ​ເໝາະ​ສົມ​ກັບ​ຂອບ​ເຂດ​ການ​ພົວພັນ​ອັນ​ດີງາມ​ລະຫວ່າງ 2 ປະ​ເທດ. ທີ່​ການ​ເຮັດ​ວຽກ, ຜູ້ຕາງໜ້າ ICA ​ໄດ້​ເຫັນ​ດີ​ຕໍ່ບັນດາ​ຂໍ້​ສະ​ເໜີດັ່ງກ່າວ ​ແລະ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ, ສົມທົບ​ກັບສະຖານ​ທູດ​ຫວຽດນາມ ​ແລະ ບັນດາ​ບໍລິສັດ​ການ​ບິນລະຫວ່າງ 2 ປະ​ເທດ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ສ້າງ​​ເງື່ອນ​ໄຂ​ສະດວກກວ່າ​ໃຫ້​ພົນລະ​ເມືອງ​ຫວຽດນາມ ​​ເຂ​ົ້າ​ເມືອງ​ສິງກະ​ໂປ.

ຂ່າວ/ບົດ​ອື່ນ