ສິງກະໂປຍາມໃດກໍ່ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງຫວຽດນາມ
ທ່ານນາງ Halimah Yacob ແລະ ທ່ານ ຫງວຽນທ້ຽນເຍິນ
(ພາບ: VGP/Từ Lương)
|
(vovworld) - ຕອນເຊົ້າ ວັນທີ 3/4/2015, ທີ່ການຕ້ອນຮັບປະທານສະພາແຫ່ງຊາດສິງກະໂປ, ທ່ານນາງ Halimah Yacob, ພວມຢ້ຽມຢາມຫວຽດນາມຢ່າງເປັນທາງການ, ທ່ານ ຫງວຽນທ້ຽນເຍິນ ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, ຢັ້ງຢືນຄວາມສະເໝີຕົ້ນສະເໝີປາຍຂອງຫວຽດນາມແມ່ນຖືເປັນສຳຄັນ ແລະ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນພ້ອມກັບສິງກະໂປ ສືບຕໍ່ນຳການພົວພັນຮ່ວມມືລະຫວ່າງ 2 ປະເທດໃນທຸກຂົງເຂດນັບມື້ນັບກ້າວເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ 2 ປະເທດ ແລະ ປະກອບສ່ວນສ້າງປະຊາຄົມອາຊຽນ. ສິງກະໂປຍາມໃດກໍ່ແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈຂອງຫວຽດນາມໃນການຮ່ວມມືພັດທະນາເສດຖະກິດ, ໜູນຊ່ວຍດ້ານເຕັກນິກ, ບຳລຸງສ້າງພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ດຶງດູດເງິນລົງທຶນຈາກຕ່າງປະເທດ.
ແລະກໍ່ໃນຕອນເຊົ້າຂອງວັນດຽວກັນ, ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກໍ່ໄດ້ຕ້ອນຮັບ ປະທານສະພາແຫ່ງຊາດສິງກະໂປ ທ່ານນາງ Halimah Yacob. ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຢັ້ງຢືນວ່າ : ການມາຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດສິງກະໂປໃນຄັ້ງນີ້ ແມ່ນຊ່ວຍປັບປຸງສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດໃຫ້ເຂົ້າສູ່ລວງເລິກກວ່າອີກ. ທ່ານນາງ Halimah Yacob ປະທານສະພາແຫ່ງຊາດສິງກະໂປ ກໍ່ໄດ້ຊົມເຊີຍຫວຽດນາມໃນການຈັດຕັ້ງກອງປະຊຸມ ສະຫະພັນລັດຖະສະພາສາກົນ ຄັ້ງທີ 132 ປະສົບຜົນສຳເລັດ.