ສົ່ງ​ເສີມ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ​ໄລ​ຍະຫຼັງ Covid – 19

(VOVWORLD) -ເຂົ້າຮ່ວມກອງປະຊຸມມີບັນດານັກແຈກຢາຍ, ນັກນຳເຂົ້າເກີບອາເມລິກາ ແລະ ບັນດາອົງການ, ສຳນັກງານ, ວິສາຫະກິດຫວຽດນາມທີ່ມາຈາກ 6 ແຂວງນະຄອນຂອງຫວຽດນາມ.
ສົ່ງ​ເສີມ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ​ໄລ​ຍະຫຼັງ Covid – 19 - ảnh 1ພາບປະກອບ: vtv.vn 

ກອງປະຊຸມແລກປ່ຽນການຄ້າທາງອອນລາຍດ້ວຍຫົວຂໍ້ “ສົ່ງເສີມການຄ້າເກີບຫວຽດນາມ - ອາເມລິກາໄລຍະຫຼັງ Covid - 19” ໂດຍບັນດາເຈົ້າໜ້າທີ່ຮັບຜິດຊອບຂອງອາເມລິກາ ແລະ ຫວຽດນາມ ຈັດຕັ້ງໃນວັນທີ 27 ພຶດສະພາ, ເພື່ອແນໃສ່ໜູນຊ່ວຍວິສາຫະກິດ ເກີດຫວຽດນາມຊອກຮູ້ສະພາບການ, ທ່າອ່ຽງ ແລະ ໂອກາດການຕະຫຼາດ, ຊຸກຍູ້ການສົ່ງອອກເກີບໄປຍັງຕະຫຼາດອາເມລິກາ ໃນສະພາບທີ່ເກີດໂລກລະບາດ ແລະ ໄລຍະຫຼັງໂລກລະບາດ. ເຂົ້າຮ່ວມກອງປະຊຸມມີບັນດານັກແຈກຢາຍ, ນັກນຳເຂົ້າເກີບອາເມລິກາ ແລະ ບັນດາອົງການ, ສຳນັກງານ, ວິສາຫະກິດຫວຽດນາມທີ່ມາຈາກ 6 ແຂວງນະຄອນຂອງຫວຽດນາມ.

        ທີ່ກອງປະຊຸມ, ບັນດານັກຊ່ຽວຊານອາເມລິກາ ແລະ ຫວຽດນາມ ໄດ້ອັບເດດຂໍ້ມູນຂ່າວສານໃໝ່ຫຼ້າສຸດກ່ຽວກັບສະພາບການຕະຫຼາດເກີບອາເມລິກາ, ຕີລາຄາການກະທົບຂອງ Covid – 19 ທີ່ມີຕໍ່ຕະຫຼາດ ແລະ ຄວາມເປັນໄປໄດ້, ທ່າອ່ຽງພັດທະນາຂອງຕະຫຼາດໃນໄລຍະຈະມາເຖິງ, ນັກສະໜອງຫວຽດນາມຄວນກຳນົດໄດ້ ພາກສ່ວນເຕີບໂຕຕ່າງໆຢູ່ຕະຫຼາດອາເມລິກາເພື່ອລົງທຶນໃຫ້ແກ່ການຜະລິດ, ມາດຕະການເພື່ອໃຫ້ນັກສະໜອງຫວຽດນາມຍົກສູງຄວາມສາມາດແກ້ງແຍ້ງຢູ່ຕະຫຼາດເກີບອາເມລິກາ, ວິທີການສຳຜັດຕະຫຼາດ ແລະ ສະເໜີແນະກ່ຽວກັບຍຸດທະສາດໃໝ່ໃຫ້ແກ່ວິສາຫະກິດເກີບຫວຽດນາມ ເພື່ອພັດທະນາຢູ່ຕະຫຼາດອາເມລິກາ ໃຫ້ມີປະສິດທິຜົນກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ