ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ ຫວຽດ​ນາມ - ອາ​ເມ​ລິ​ກາ ໃຫ້​ບັນ​ລຸ 200 ຕື້ USD

(VOVWORLD) -  ຕອນເຊົ້າວັນທີ 31 ຕຸລາ, ຢູ່ຮ່າໂນ້ຍ, ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI), ສະຫະສະມາຄົມການຄ້າ ອາເມລິກາ ປະຈຳ ຮ່າໂນ້ຍ (Amcham) ແລະ ຫ້ອງການການຄ້າ ອາເມລິກາ ປະຈຳ ວໍຊິງຕັນ ໄດ້ສົມທົບກັນຈັດກອງປະຊຸມສຸດຍອດການດຳເນີນທຸລະກິດ ຫວຽດນາມ - ອາເມລິກາ ຄັ້ງທີ 6.
ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ ຫວຽດ​ນາມ - ອາ​ເມ​ລິ​ກາ ໃຫ້​ບັນ​ລຸ 200 ຕື້ USD - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ເນັ້ນໜັກວ່າ ພາຍຫຼັງທີ່ ຫວຽດນາມ ແລະ ອາເມລິກາ ສ້າງກອບຄູ່ຮ່ວມມືຍຸດທະສາດຮອບດ້ານ ເມື່ອເດືອນກັນຍາ ທີ່ຜ່ານມາ, ກຳລັງບົ່ມຊ້ອນ, ກາລະໂອກາດຮ່ວມມືລະຫວ່າງ 2 ປະເທດ ແມ່ນໃຫຍ່ຫຼວງທີ່ສຸດ, ໂດຍໄດ້ກຳນົດວ່າແມ່ນກຳລັງຕົ້າຕໍ, ເພື່ອຊຸກຍູ້ການພົວພັນສອງຝ່າຍ. ເພື່ອຍາດແຍ່ງເອົາບັນາກາລະໂອກາດທີ່ດີກ່ຽວກັບສາຍພົວພັນອັນດີງາມນີ້, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ສະເໜີວ່າ:

        “ສອງຝ່າຍສືບຕໍ່ເອົາໃຈໃສ່ ແລະ ໃຫ້ບຸລິມະສິດແຫຼ່ງກຳລັງເພື່ອຫັນບັນດາຄຳໝັ້ນສັນຍາໃນຖະແຫຼງການຮ່ວມເປັນລະອຽດ. ວິສາຫະກິດ 2 ປະເທດ ຕ້ອງຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ ຢ່າງແຮງ, ເພີ່ມທະວີການນຳເຂົ້າ - ສົ່ງອອກ ສຳລັບບັນດາປະເພດສິນຄ້າທີ່ຕົນມີທ່າແຮງ; ໜູນຊ່ວຍກັນເຂົ້າຮ່ວມລະບົບການສະໜອງໃໝ່ຢ່າງເລິກເຊິ່ງກວ່າ. ສູ້ຊົນນຳວົງເງິນການຄ້າສອງສົ້ນໃຫ້ບັນລຸ 200 ຕື້ USD ໂດຍໄວ. ຕ້ອງນຳການລົງທຶນຂອງ ອາເມລິກາ ເຂົ້າກຸ່ມ 10 ນັກລົງທຶນໃຫຍ່ທີ່ສຸດຢູ່ ຫວຽດນາມ”.

        ໃນຄຼິບວິດີໂອ ທີ່ບັນທຶກບົດກ່າວຄຳເຫັນຝາກເຖິງກອງປະຊຸມ, ທ່ານນາງ ລັດຖະມົນຕີການຄ້າ ອາເມລິກາ Gina Raimondo  ຢັ້ງຢືນວ່າ ຫວຽດນາມ ແລະ ອາເມລິກາ ພວມມີກາລະໂອກາດຫຼາຍຢ່າງເພື່ອສ້າງສາຍພົວພັນດ້ານການຄ້າ ແລະ ການລົງທຶນຢ່າງເລິກເຊິ່ງ.

ເລເຟືອງ

ຕອບກັບ

ຂ່າວ/ບົດ​ອື່ນ