ສັນຍານປັບປຸງການພົວພັນລະຫວ່າງ ອາເມລິກາ - ອີຢູ

(VOVWORLD) -ອາເມລິກາ ໄດ້ຖະແຫຼງການວ່າ ຈະຟື້ນຟູລະບຽບການທາງການທູດຂອງຄະນະຜູ້ຕາງໜ້າຂອງສະຫະພາບເອີຣົບ (ອີຢູ) ຢູ່ ວໍຊີງຕັນ ໃຫ້ກັບຄືນສູ່ລະດັບຄືເກົ່າ 

        ວັນທີ 4 ມີນາ, ອາເມລິກາ ໄດ້ຖະແຫຼງການວ່າ ຈະຟື້ນຟູລະບຽບການທາງການທູດຂອງຄະນະຜູ້ຕາງໜ້າຂອງສະຫະພາບເອີຣົບ (ອີຢູ) ຢູ່ ວໍຊີງຕັນ ໃຫ້ກັບຄືນສູ່ລະດັບຄືເກົ່າ ແລະ ເອີ້ນວ່າ ສະຫະພາບດັ່ງກ່າວເປັນໜຶ່ງໃນບັນດາຄູ່ຮ່ວມມືສໍາຄັນທີ່ສຸດຂອງ ອາເມລິກາ ເຊິ່ງໃນທ້າຍປີ 2018, ອໍານາດການປົກຄອງ ອາເມລິກາ ໄດ້ຫຼຸດລະບຽບການທາງການທູດຂອງຄະນະຜູ້ຕາງໜ້າ ອີຢູ ປະຈໍາ ວໍຊີງຕັນ ແຕ່ຂັ້ນທຽບເທົ່າ “ລະດັບຊາດ” ລົງເປັນ “ອົງການຈັດຕັ້ງສາກົນ” ເທົ່ານັ້ນ.   ການກະທໍາດັ່ງກ່າວ ຖືກດໍາເນີນໃນສະພາບທີ່ບັນດາການເຈລະຈາດ້ານການຄ້າ ລະຫວ່າງ ອາເມລິກາ ແລະ ອີຢູ ຄາດວ່າຈະສືບຕໍ່ດໍາເນີນໃນໄວໆນີ້ ເນື່ອງຈາກຕົກເຂົ້າສູ່ສະພາບຈົນຕາແຈນັບແຕ່ປີ 2018 ພາຍຫຼັງເມື່ອທ່ານປະທານາທິບໍດີ Donald Trump ຈັດວາງອັດຕາພາສີສໍາລັບບັນດາຜະລິດຕະພັນອາລູມີນຽມ ແລະ ເຫຼັກກ້າທີ່ນໍາເຂົ້າຈາກອີຢູ ແລະ ຄູ່ຮ່ວມມືອື່ນໆອີກຈໍານວນໜຶ່ງ.


ຕອບກັບ

ຂ່າວ/ບົດ​ອື່ນ