ສືບຕໍ່ເກີດການວາງລະເບີດຢູ່ຕວກກີ,ມີ10ຄົນຖືກເສຍຊີວິດແລະຮັບບາດເຈັບ

ສືບຕໍ່ເກີດການວາງລະເບີດຢູ່ຕວກກີ,ມີ10ຄົນຖືກເສຍຊີວິດແລະຮັບບາດເຈັບ - ảnh 1
ພາບປະກອບ

(vovworld) – ສຳນັກ​ຂ່າວສານ Anadolu ​ໄດ້​ໃຫ້​ຂ່າວ​ໃນ​ວັນ​ທີ 18/8 ວ່າ, ຢ່າງ​ໜ້ອຍ​ສຸດ​ມີ​ທະຫານຕວກກີ 3 ຄົນ ​ແລະ ພາລະ​ກອນ​ປ້ອງ​ກັນ​ຄວາມ​ສະຫງົບທ້ອງ​ຖິ່ນ ຄົນ​ໜຶ່ງ​ເສຍ​ຊີວິດ ​ໃນ​ເຫດ​ບຸກ​ໂຈມ​ຕີ​ແນ​ໃສ່​ຂະ​ບວນລົດ​ການ​ທະຫານ​ຢູ່​ເທດສະບານ Bitlis, ທາງ​ທິດຕາ​ເວັນ​ອອກ​ສ່ຽງ​​ໃຕ້​ຂອງ​ປະ​ເທດ​ນີ້. ຕາມ​ສຳນັກ​ຂ່າວສານ​ດັ່ງກ່າວ​ແລ້ວ, ນ​ອກຈາກ​ບັນດາ​ຜູ້​ຖືກ​ເສ​ຍຊີວິດ​ແລ​້ວຍັງ​ມີ​ອີກ 6 ຄົນ​ຖືກ​ຮັບ​ບາດ​​ເຈັບ​ໃນ​ເຫດ​ວາງ​ລະ​ເບ​ີດທີ່​ພັກ​ກຳມະກອນ​ຊາວ Kurd (PKK) ຖືກ​ລະ​ແວງ​ສົງ​ໄສ​ແມ່ນ​ເປົ້າ​ໝາຍ​ປະຕິບັດ​ເຫດການ​ດັ່ງກ່າວ. ຕາມ​ການ​​ໃຫ້​ຂໍ້​ສັງ​ເກດ​ໃນ​ເບື້ອງ​ຕົ້ນ​ແລ້ວ, ​ເຫດ​ລະ​ເບີດ​ເກີດ​ຂຶ້ນ​ຍ້ອນ​ລູກ​ລະ​ເບີດ​ຜະລິດ​ເອງ​ລູກ​ໜຶ່ງ.

        ກ່ອນ​ໜ້າ​ນັ້ນ, ກໍ່​ໃນ​ວັນ​ດຽວ​ກັນ, ຢູ່​ນະຄອນ​ Elazig ທາງ​ພາກ​ຕາ​ເວັນ​ອອກ​ຂອງ ຕວກກີ ກໍ່​ໄດ້​ເກີດ​ເຫດ​ວາງ​ລະ​ເບີດ​ລົດ​ໂອ​ໂຕ​​ແນ​ໃສ່​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ປະ​ເທດ​ນີ້​ເຮັດ​​ໃຫ້ 3 ຄົນ​ເສຍ​ຊີວິດ ​ແລະ ຫຼາຍ​ຄົນ​ຮັບ​ບາດ​ເຈັບ. ກຳລັງ PKK ກໍ່​ຖືກກ່າວ​ຫາ​ວ່າ​ໄດ້ຍື່ນຢູ່​​ເບື້ອງ​ຫຼັງ​ເຫດບຸກ​ໂຈມ​ຕີ​ດັ່ງກ່າວ.


ຂ່າວ/ບົດ​ອື່ນ